ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ມອບ-ຮັບອັດຖິທະຫານອາສາສະຫມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ນະຄອນຫຼວງວຽງຈັນກັບຄືນປະເທດ
ເວລາອອກຂ່າວ: 2024-05-14 15:00:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1291 | ຄວາມນິຍົມ:



ວັນທີ14 ພຶດສະພາ 2024 ນີ້, ຢູ່ທີ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຢູ່ດິນແດນນະຄອນຫຼວງວຽງຈັນກັບຄືນສູ່ປະເທດຈຳນວນ 2 ອັດຖິ ຝ່າຍລາວນໍາໂດຍມີທ່ານ ປອ ຊົງເລົາ ຢົງນູ ຮອງເລຂາພັກນະຄອນຫຼວງ ຫົວໜ້າຄະນະປະ ຕິບັດງານພິເສດ ນະຄອນຫຼວງວຽງຈັນ, ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຮອງຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ຫົວໜ້າການເມືອງ ທະຫານ ນະຄອນຫຼວງວຽງຈັນ, ຝ່າຍຫວຽດນາມນຳໂດຍ ສະຫາຍ ເລ ຫງອັກ ເຈົາ ຮອງປະທານຄະນະກໍາມະການປະຊາຊົນ ແຂວງຮ່າຕີ່ງ ສສ ຫວຽດນາມ, ມີຄະນະປະຕິບັດງານພິເສດທັງສອງຝ່າຍ, ບັນດາພະແນກການ, ກອງບັນຊາການທະຫານເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີພາກສ່ວນຕ່າງໆກໍໄດ້ເຂົ້າວາງພວງມະລາ ຈໍານວນ 9 ຄະນະໃນນັ້ນມີຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ, ຄະນະປະຕິບັດງານພິເສດແຂວງຮ່າຕິ່ງ, ຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມປະຈໍາລາວ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ສະຫະພັນນັກຮົບເກົ່ານະຄອນຫຼວງວຽງຈັນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ຄະນະປົກຄອງເມືອງໄຊທານີ, ອົງການຈັດຄັ້ງມາຫາຊົນນະຄອນຫຼວງວຽງຈັນ ແລະ ກອງບັນຊາການທະຫານເມືອງສີໂຄດຕະບອງ. ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານຄຸນງາມຄວາມດີຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ໃນໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ຕີສັດຕູໂຕດຽວກັນ ເພື່ອພາລະກິດອັນສູງສົ່ງ ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ ກໍຄື ການປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນກຳມະຊີບອັນສູງສົ່ງຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ປະຕິບັດໜ້າທີ່ຢູ່ລາວໃນປາງສົງຄາມ.ໂດຍປະຕິບັດຕາມສັນຍາຂອງ 2 ລັດຖະບານ ແລະ ບົດບັນທຶກຊ່ວຍຈໍາລະຫວ່າງ 2 ຄະນະປະຕິບັດງານພິເສດລາວ-ຫວຽດນາມ ກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດໃນປາງສົງຄາມຢູ່ລາວເວົ້າລວມ-ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ປະສານງານກັນແໜ້ນລະຫວ່າງຄະນະປະຕິບັດງານພິເສດຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນກັບຄະນະປະຕິບັດງານພິເສດແຂວງຮ່າຕິ່ງ ເຊິ່ງເລີ່ມແຕ່ປີ 2000 ມາເຖິງປີ 2024 ສາມາດຂຸດຄົ້ນໄດ້ 130 ອັດຖິ ແລະ ໄດ້ມອບ-ຮັບຈັດສົ່ງແລ້ວ, ສະເພາະປີ 2024 ນີ້ ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນໄດ້ລົງມືປະຕິບັດສາມາດຂຸດຄົ້ນໄດ້ຕົວຈິງ 2 ອັດຖິຢູ່ໃນຂອບເຂດ ບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂອກາດນີ້, ພົນຈັດຕະວາ ໂສພາວັນ ທຳມະເທວາ ຮອງຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ຫົວໜ້າການເມືອງ ທະຫານນະຄອນຫຼວງວຽງຈັນ ແລະ ສະຫາຍ ເລ ຫງອັກ ເຈົາ ຮອງປະທານຄະນະກໍາມະການປະຊາຊົນ ແຂວງຮ່າຕີ່ງ ສສ ຫວຽດນາມກໍ່ໄດ້ລົງນາມເຊັນສັນຍາມອບ-ຮັບເຊິ່ງກັນ ແລະກັນ, ມີການນໍາທັງສອງຝ່າຍ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພະຍານ ພ້ອມດຽວກັນນີ້ກໍ່ໄດ້ເຄື່ອນຍ້າຍພິທີຈັດສົ່ງອັດຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດຢ່າງສົມກຽດ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ