ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ແລະ ເງິນ​ອຸດ​ໜູນ ໃຫ້​ຄອບຄົວ​ຜູ້​ເສຍ​ຊີວິດ
ເວລາອອກຂ່າວ: 2024-04-24 09:09:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 596 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານມາ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໄດ້​ຈັດ​ພິທີ​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ແລະ ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ຜູ້​ເສຍ​ຊີວິດ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ນິດ​ທຳ ມັນ​ລັນ​ດອນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ຕາງໜ້າພະແນກການ, ຜູ້​ທີ່​ໄດ້​ຮັບ​ເງິນ​ອຸດ​ໜູນ ແລະ ຄອບຄົວ​ຜູ້​ເສຍ​ຊີວິດ ເຂົ້າ​ຮ່ວມ. ໂດຍ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດໃຫ້​ນາຍ​ທະຫານ​ອອກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ, ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ໝວດ​ທີ I ມາດຕາ 32, ອີງ​ຕາມ ​ກົດໝາຍ​ ວ່າ​ດ້ວຍ​ການປະກັນ​ສັງຄົມ (ສະບັບ​ປັບປຸງ) ແລະ ອີງ​ຕາມ​ ການ​ສະເໜີ​ຈາກ​ກົມ​ກອງ​ຮາກ​ຖານ ໂດຍ​ຜ່ານການ ຈັດຕັ້ງ​ທີ່​ກ່ຽວຂ້ອງ​ຕາມ​ລຳດັບ ໃນ​ນີ້, ມີ​ນາຍ​ທະຫານ​ໄດ້​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນເທື່ອດຽວ ຈຳນວນ 6 ສະຫາຍ ລວມ​ຈຳນວນ​ເງິນ 252.408.000 ກີບ ແລະ ໄດ້​ຮັບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ​ຈຳນວນ 6 ສະຫາຍ ລວມ​ຈຳນວນ​ເງິນ​ທັງ​ໝົດ 339.117.765 ກີບ, ໂດຍ​ການ​ມອບ​ເງິນ​ຂອງ​ ສະຫາຍ ພັນ​ໂທ ນິດ​ທຳ ມັນ​ລັນ​ດອນ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ນິດ​ທຳ ມັນ​ລັນ​ດອນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຜົນງານ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່ ກໍ​ຄື ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ພັດທະນາ​ກົມ​ກອງ ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ຮຽກຮ້ອງ​ໃຫ້ ແຕ່​ລະ​ສະຫາຍ​ທີ່​ໄດ້​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ແລະ ຄອບຄົວ​ຜູ້​ທີ່​ເສຍ​ຊີວິດ ຈົ່ງ​ພ້ອມ​ກັນ​ໝູນ​ໃຊ້​ເງິນ​ຈຳນວນ​ດັ່ງກ່າວ​ນີ້ ເຂົ້າ​ໃນ​ການ​ສ້າງ​ເສດຖະກິດ​ຄອບຄົວ, ປັບປຸງ, ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ດີ​ຂຶ້ນ ແລະ ນຳ​ໃຊ້​ໃຫ້​ເກີດ​ປະໂຫຍດ​ສູງ ​ສຸດ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ