ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກອງພັນ​ໃຫຍ່ 497 ມອບ​ເງິນ​ນະໂຍບາຍ​ອຸດ​ໝູນ
ເວລາອອກຂ່າວ: 2024-04-24 08:57:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 539 | ຄວາມນິຍົມ:



ວັນ​ທີ 23 ເມສາ 2024 ນີ້, ກອງພັນ​ໃຫຍ່ 497 ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ ແລະ ອຸດ​ໜູນເທື່ອ​ດຽວ, ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ພັນ​ໂທ ສຸວັນ ມະນີ​ແສງ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 497, ມີ​ຄະນະ​ພັກ-ຄະນະ​ບັນຊາຂະແໜງການ ຕະຫຼອດ​ຮອດ​ຄອບຄົວ​ພະນັກງານທີ່ເສຍ​ຊິວິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າ​ຮ່ວມ. ເພື່ອ​ເປັນ​ການ​ປະຕິບັດ​ນະໂຍບາຍຂອງພັກ, ຂອງລັດ, ຂອງ​ກອງທັບ ຕໍ່​ຜູ້​ທີ່​ມີ​ຜົນງານ, ຄຸນງາມຄວາມດີ, ເສຍ​ຊີວິດ ແລະ ອອກ​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​​ເທື່ອ​ດຽວ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ ກໍ​ຄື​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ພັດທະນາ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ. ໃນ​ນີ້, ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ ຈຳນວນ 2 ສະຫາຍ ແລະ ເງິນ​ອຸດ​ໜູນ​ເທື່ອ​ດຽວ ​ຈຳນວນ 5 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 317 ລ້ານ​ກວ່າ​ກີບ. ໂດຍ: ເປີ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ