ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກອງບັນຊາການທະຫານແຂວງຈຳປາສັກ ຈັດພິທີບາສີສູ່ຂັວນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ພສ 2567
ເວລາອອກຂ່າວ: 2024-04-12 14:42:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2596 | ຄວາມນິຍົມ:



ວັນທີ 12 ເມສາ 2024 ນີ້, ກອງບັນຊາການທະຫານແຂວງຈຳປາສັກ, ໄດ້ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ປີ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ຢູ່ທີ່ກົມກອງຂອງຕົນ, ໂດຍການເຂົ້າຮ່ວມ ຂອງສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີ ຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະນັກງານອາວຸໂສບຳນານ, ພະແນກການ, ກົມກອງອ້ອມຂ້າງ, ແຂກຖືກເຊີນ ຕະຫຼອດຮອດ ພະນັກງານ-ນັກຮົບ ໃນທົ່ວກົມກອງເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຂຶ້ນກ່າວຄຳອວຍພອນໄຊອັນປະເສີດແດ່ ການນຳພັກ-ລັດ ກໍຄືການນຳກອງບັນຊາການທະຫານແຂວງຈຳປາສັກ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ນໍາພາ-ຊີ້ນຳ ປະເທດຊາດກໍ ຄືກົມກອງໃຫ້ມີຄວາມກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ຝາກຄວາມຄິດຮອດຄິດເຖິງ ແລະ ຄວາມເປັນຫ່ວງເປັນໄຍຕໍ່ອ້າຍນ້ອງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ຢູ່ຂອບເຂດຊາຍແດນ ຫ່າງໄກສອກຫຼີກ. ຈົ່ງມີສຸຂະພາບແຂງແຮງ ພ້ອມກັນອົດທົນບຸກບືນ, ຜ່ານຜ່າຕໍ່ອຸປະສັກ ຂໍ້ຫຍຸ້ງຍາກນາໆປະການ ເພື່ອເຮັດສໍາເລັດໜ້າທີ່ຕາມທີ່ພັກ-ລັດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້. ຈາກນັ້ນກໍໄດ້ມີພິທີບາສີສູ່ຂວັນ ຮັບພອນປີໃໝ່ຜູກຂໍ້ຕໍ່ແຂນຕາມຮີດຄອງປະເພນີລາວ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ. ໃນໂອກາດສໍາຄັນດັ່ງກ່າວໄດ້ມີການນໍາຂອງແຂວງ, ກົງສູນໃຫຍ່ກຳປູເຈຍ ປະຈຳ 4 ແຂວງພາກໃຕ້, ກົມກອງອ້ອມຂ້າງ, ຫົວໜ່ວຍທຸລະກິດ, ບໍລິສັດຮ່າງຮ້ານຕ່າງໆ ໄດ້ນໍາເອົາກະຕ່າຂອງຂັວນ, ວັດຖຸປັດໃຈຈໍານວນໜຶ່ງ. ມາອວຍພອນ ແດ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈໍາປາສັກອີກດ້ວຍ. ຂ່າວ: ດາວົງ ບຸດຕະວົງ ພາບ: ນາງ ສົມພອນ ແກ້ວມະນີໃສ + ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ