ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ທະຫານຊາຍແດນແຂວງກວາງບິງ ສສ ຫວຽດນາມ ອວຍພອນການນຳທະຫານ ສະຫວັນນະເຂດ
ເວລາອອກຂ່າວ: 2024-04-11 13:37:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2498 | ຄວາມນິຍົມ:



ໃນວັນທີ 9 ເມສາ 2024 ນີ້. ຄະນະການນຳທະຫານຊາຍແດນແຂວງກວາງບິງ ເຊິ່ງນໍາໂດຍ ສະຫາຍ ພັນເອກ ໂຮ່ແທັງເຊິນ ຮອງຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນຄະນະການນຳກອງບັນຊາການະຫານແຂວງສະຫວັນນະເຂດ. ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ. ໃນໂອກາດນີ້, ທັງສອງຄະນະໄດ້ຖອດຖອນບົດຮຽນ ເປັນຕົ້ນແມ່ນການລາດຕະເວນຕາມຫຼັກໝາຍຊາຍແດນຮ່ວມກັນເພື່ອສະກັດກັ້ນປະກົດການຫຍໍ້ໍທໍ້ຕ່າງໆ ຕາມຂອບເຂດຊາຍແດນໃຫ້ມີຄວາມະຫົງບປອດໄພ. ພ້ອມນັ້ນຍັງໄດ້ຕີລາຄາຄືນເຖິງໝາກຜົນການພົວພັນຮວ່ມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄລຍະຜ່ານມາເຫັນວ່າມີຜົນສຳເລັດຫຼາຍດ້ານ. ນອກຈາກນັ້ນ, ຍັງມີບໍລິສັດການຄ້າສະຫວັນ-ດານັງ, ສະຖາບັນການເງິນທີ່ບໍຮັບເງິນຝາກ ດວງເດືອນຈຳກັດ, ສະຫະພັນນັກຮົບເກົ່າແຂວງ, ໂຮງໝໍທະຫານແຂວງ. ໃນໂອກາດນີ້, ສະຫາຍ ພັນເອກ ໂຮແທັງເຊີນ ຮອງຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງກວາງບິ້ງ ໄດ້ອວຍພອນໄຊໃຫ້ຄະນະພັກ-ຄະນະບັນ-ຊາ, ນາຍ ແລະ ພົນທະຫານທົ່ວທະຫານແຂວງຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມທີ່ສົມບູນ ປະສະຈາກໂລກໄພໄຂ້ເຈັບພ້ອມກັນເຮັດສຳເລັດໜ້າທີ່-ທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້ ອວຍພອນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງກອງບັນາການທະຫານແຂວງສະຫວັນນະເຂດ ກັບ ກອງບັນຊາການທະຫານຊາຍແດນແຂວງກວາງບິ້ງ ແລະ ກົມກອງອື່ນໆ ໃຫ້ຈະເລີນງອກງາມຂຶ້ນໄປຢ່າງບໍ່ຢຸດຢັ້ງ ແລະ ເພື່ອເປັນສີລິມຸງຄຸນໃນການສະເຫຼີມສະຫຼອງບຸນປີໃຫມ່ລາວ ປີນີ້, ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມສາມັກຄີຮັກແພງ. ໃນວັນດຽວກັນນີ້, ກອງບັນຊາການທະຫານແຂວງ ຍັງໄດ້ຈັດພິທີບາສີສູ່ຂວັນອວຍພອນເຊິ່ງກັນ ແລະ ກັນ ເພື່ອໃຫ້ມີໂຊກມີໄຊ, ອາຍຸໝັ້ນຍືນຕະຫຼອດເຖິງໜ້າທີ່ວຽກງານຕ່າງໆ ໃຫ້ສຳເລັດຜົນເປັນຢ່າງດີ ຈາກນັ້ນກໍໄດ້ຮ່ວມພາເຂົ້າສາມັກຄີຮ່ວມກັນ ແລະ ຫົດນໍ້າຕາມປະເພນີບຸນກຸດສົງການປີໃໝ່ລາວ ພ້ອມທັງອວຍພອນເຊິ່ງກັນ ແລະ ກັນຢ່າງເບີກບານມ່ວນຊື່ນ. ຂ່າວ-ພາບ : ຄຳໃສ-ພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ