ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດI ບັນດາກົມກອງເຂດ8
ເວລາອອກຂ່າວ: 2024-04-01 15:22:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1189 | ຄວາມນິຍົມ:



ໃນວັນທີ29 ມີນາ 2024 ນີ້, ກອງພັນໃຫຍ່ 605 ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດI ແລະ ທິດທາງແຜນການປະຈຳໄຕມາດII ປີ 2024, ຂອງບັນດາກົມກອງເຂດ 8 ຢູ່ອ້ອມຂ້າງກະຊວງປ້ອງກັນປະເທດ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 605, ກອງພັນໃຫຍ່ 279, ກອງພັນໃຫຍ່ 641, ກອງພັນໃຫຍ່ 661, ກອງພັນໃຫຍ່ 703, ວິທະຍາຄານເຕັກນິກການທະຫານກອງທັບ, ວິທະຍາຄານການແພດກອງທັບ,ໂຮງໝໍສູນກາງ 103 ກອງທັບ,ໂຮງຮຽນທິດສະດີການເມືອງກອງທັບ, ກົມວິທະຍາສາດ-ປະຫວັດສາດການທະຫານ, ຫ້ອງການ ປກຊ-ປກສ ສູນກາງ, ຫ້ອງການເມືອງກົມໃຫຍ່ເສນາກອງທັບ ແລະ ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບເຂົ້າຮ່ວມ. ໃນກອງປະຊຸມ ຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ ປະຈໍາໄຕມາດ I ແລະ ວຽກງານຄົງຄ້າງທີ່ຈະຕ້ອງສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດວຽກງານປິ່ນອ້ອມ 4ໜ້າທີ່ໃຫຍ່ 26ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ເປັນຕົ້ນແມ່ນຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດສອດຫ້ອຍເຂົ້າທຸກຂົງເຂດວຽກງານຂອງກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ 3ທິດນຳຂອງພັກ ຄຽງຄູ່ກັນນັ້ນກໍໄດ້ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢູ່ບັນດາເຂດຈຸດສຸມຕ່າງໆ, ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ເກັບກຳສະພາບການຕ່າງໆ, ເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ຈັດຕັ້ງອົບຮົມ-ຫັດແອບວິຊາສະເພາະໃຫ້ມີຄວາມຊຳນິຊຳນານ, ປະກອບສ່ວນເຂົ້າໃນການກໍ່ສ້າງຄ້າຍຄູ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍ່ສ້າງກອງ 3 ປອດ, ກອງວັດທະນະທຳ, ນັກຮົບວັດທະນະທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ, ເອົາໃຈໃສ່ປະຕິບັດການຮຽນ, ການສອນໃຫ້ພະນັກງານ-ນັກຮົບ ຂອງບັນດາວິທະຍາຄານຕ່າງໆໄດ້ມີປະສິດທິພາບສູງ, ຄຽງຄູ່ກັນນັ້ນກໍ່ໄດ້ເອົາໃຈໃສ່ປັບປຸງແກ້ໄຂຊີວິດການເປັນຢູ່ຊຸກຍູ້ພະນັກງານ-ນັກຮົບສຸມໃສ່ການປູກຝັງ-ລ້ຽງສັດ ເພື່ອຮັບປະກັນຕອບສະໜອງອາຫານໃຫ້ແກ່ກົມກອງ, ຮັບປະກັນຄຸ້ມຄອງບົວລະບັດຜັດເຊັດພາຫະນະເຕັກນິກ, ຮັບປະກັນການເຝິກແອບຮໍ່າຮຽນ ເພື່ອຮັບປະກັນການກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງຮອບດ້ານໃນສະເພາະໜ້າ ແລະ ຍາວນານຂອງກົມກອງ. ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄໍາເຫັນຊີ້ນໍາບັນດາວຽກງານຕ່າງໆ ໂດຍປິ່ນອ້ອມການຈັດຕັ້ງປະຕິບັດ 4ໜ້າທີ່ໃຫຍ່ 26ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ພ້ອມທັງ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ສືບຕໍ່ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ບັນດາພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດກອງປະຊຸມ 3 ຂັ້ນ, ປັບປຸງຊັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະ, ຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ, ເອົາໃຈໃສ່ວຽກງານການບົວລະບັດປົກປັກຮັກສາພາຫະນະເຕັກນິກ, ອາວຸດ-ຍຸດໂທປະກອນ, ການພົວພັນຮ່ວມມືກັບສາກົນໃຫ້ນັບມື້ຂະຫຍາຍຕົວຂຶ້ນ ແລະ ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ ຮັບປະກັນຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100 %. ໂດຍ:ເພັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ