
ກອງພັນໃຫຍ່ 302 ເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ
ເວລາອອກຂ່າວ: 2024-03-01 09:15:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 571 | ຄວາມນິຍົມ:
ໃນວັນທີ 28 ກຸມພາ 2024 ນີ້, ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະ ຈຳປີ 2024, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄຳສອນ ໄຊສົງຄາມ ຫົວໜ້າ ການທະຫານ ກອງພັນໃຫຍ່ 302, ມີຄະນະພັກ-ຄະນະບັນ ຊາບັນດາພະແນກການ, ກົມກອງຮາກຖານ ພ້ອມດ້ວຍພະ ນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ສີວອນ ລາສັກທີ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 302 ໄດ້ ຜ່ານແຜນການ ອົບຮົມ-ຫັດແອບ ປະຈຳປີ 2024, ອີງຕາມ ຄຳສັ່ງແນະນຳ ຂອງກົມໃຫຍ່ເສ ນາທິການກອງທັບ ກໍຄືຄຳສັ່ງແນະນຳ ຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ ແລະ ເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ປະຈຳປີ 2024. ອີງຕາມແຜນການອົບຮົມ-ຫັດແອບ ຂອງກົມກອງ ພາກການເມືອງ ຈະໄດ້ອົບຮົມກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບ, ເປົ້າໝາຍອຸດົມຄະຕິສູ້ຮົບຂອງກອງທັບ, ປະເທດລາວຄົນລາວເປັນເຈົ້າຂອງ, ປົກປັກຮັກສາປະເທດຊາດ ແມ່ນໜ້າທີ່ຕົ້ນຕໍຂອງກຳລັງປະກອບອາວຸດ, ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງນຳພາກອງທັບປະຊາຊົນລາວ; ພາກການທະຫານ ຈະໄດ້ອົບຮົມ-ຫັດແອບ ຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ຄຳປະຕິຍຍານ 8 ຂໍ້ ແລະ ວິໄນ 12 ຂໍ້ຕໍ່ປະຊາຊົນ, ລະບຽບຮູບແຖວ ບຸກຄົນມືເປົ່າຄົງທີ່, ເຄື່ອນທີ່, ມີປືນ ແລະ ລະບຽບຮູບແຖວຂັ້ນໝູ່, ໝວດ, ກອງຮ້ອຍ, ກອງພັນ, ລະບຽບຮູບແຖວເຄົາລົບທຸງ ຂັ້ນກອງຮ້ອຍ, ກອງພັນ, ຫັດກາຍ 2 ບົດ 24 ຈັງຫວະ ມືເປົ່າ ແລະ ມີປືນ, ມວຍ 16 ຈັງຫວະ, ຫັດກາຍແທ້ງກະບີ່ 4 ທິດ 28 ຈັດຈັງຫວະ, ຜ່ານສິ່ງກີດຂວາງ, ແລ່ນມ້າງປະກອບອາວຸດ, ຄວາມໝາຍຄວາມສຳຄັນຂອງແຕ່ລະເຫຼົ່າຮົບ, ຄຸນຄ່າສະມັດຖະພາບຂອງປືນແຕ່ລະຊະນິດ ແລະ ອື່ນໆ; ສ່ວນພາກພະລາທິການ-ເຕັກນິກ ຈະໄດ້ອົບຮົມກ່ຽວກັບ 5 ເຕັກນິກຂອງວຽກງານເສນາຮັກ, ການຄຸ້ມຄອງລ້ຽງດູທັບ ແລະ ການປົກປັກຮັກສາພາຫະນະ-ເຕັກ ນິກ, ອາວຸດ-ກະສຸນ. ຊຸດອົບຮົມຄັ້ງນີ້ຈະໄດ້ດຳເນີນເປັນເວລາ 90 ວັນ.
ໂອກາດນີ້, ສະຫາຍ ພັນເອກ ຄຳສອນ ໄຊສົງຄາມ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ລວມທັງ ຄູ-ອາຈານ ຕະຫຼອດຮອດພະນັກງານ-ນັກຮົບ ກຳແໜ້ນຢ່າງເລິກເຊິ່ງ ຕໍ່ເນື້ອໃນແຜນການອົບຮົມ-ຫັດແອບ, ສ້າງເປັນແຜນການອັນລະອຽດ, ຈັດຕັ້ງອົບຮົມ-ຫັດແອບໃຫ້ຖືກຕ້ອງຕາມຫຼັກການ, ປະຕິບັດໂມງ-ເວລາໃນການຂຶ້ນຫ້ອງ-ລົງຫ້ອງໃຫ້ເຂັ້ມງວດ ແລະ ເອົາໃຈໃສ່ປະຕິບັດຂໍ້ກຳນົດກົດລະບຽບຕ່າງໆຂອງກົມກອງ ເພື່ອເຮັດໃຫ້ບັ້ນອົບຮົມ-ຫັດແອບຄັ້ງນີ້ ໄດ້ຮັບໝາກຜົນສູງ ແລະ ຮັບປະກັນຄວາມປອດໄພ 100%.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ