ຄະນະກອງບັນຊາການທະຫານແຂວງຫຼວງພະບາງ ຢ້ຽມຢາມອວຍພອນ ຄອບຄົວອະດີດຄະນະນຳ
ເວລາອອກຂ່າວ: 2024-03-01 09:04:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 446 | ຄວາມນິຍົມ:
ວັນທີ 28 ກຸມພາ 2024, ຄະກອງບັນຊາການທະຫານແຂວງຫຼວງພະບາງ ນຳໂດຍ ສະຫາຍ ພັນເອກ ວິລະສິນ ມິດຕະພອນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມອວຍພອນ ບັນດາຄອບຄົວອະດີດຄະນະນຳກອງບັນຊາການທະຫານແຂວງຫຼວງພະບາງ ແລະ ນັກຮົບແຂ່ງຂັນແຫ່ງຊາດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.
ໃນນີ້, ມີຄອບຄົວ ສະຫາຍພັນເອກ ຄຳມອນ ກໍວິວັນ, ສະຫາຍ ພັນໂທ ບຸນເກີຍ ຄອນສະ ຫວັນ, ສະຫາຍ ພັນຕີ ວັນໄຫຼ ພົມມະຈັນ ອະດີດຫົວໜ້າກອງບັນຊາການທະຫານແຂວງຫຼວງພະບາງ ແລະ ສະຫາຍ ພັນຕີ ສີວອນ ໄຊຍະວົງ ນັກຮົບແຂ່ງຂັນແຫ່ງຊາດ.
ສະຫາຍ ພັນເອກ ວິລະສິນ ມິດຕະພອນ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງຫຼວງພະບາງ ສະແດງຄວາມຢ້ຽມຢາມ ຖາມຂ່າວ, ອວຍພອນຄອບຄົວ, ລູກຫຼານອະດີດຄະນະນຳກອງບັນຊາການທະຫານແຂວງຫຼວງພະບາງ ທີ່ຕະຫຼອດໄລຍະຜ່ານມາ ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ