ກອງບັນຊາການທະຫານ ແຂວງໄຊຍະບູລີ ປະກາດການຈັດຕັ້ງ
ເວລາອອກຂ່າວ: 2024-02-23 13:20:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1933 | ຄວາມນິຍົມ:
ໃນວັນທີ 22 ກຸມພາ 2024 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປະກາດການຈັດຕັ້ງໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ດວງຕາ ໄຊວຸດ ຮອງເຈົ້າແຂວງໄຊຍະບູລີ, ສະຫາຍ ພົນຈັດຕະວາ ກູດ ພົມມາ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ, ພະນັກງານຈາກກະຊວງປ້ອງກັນປະເທດ, ຫ້ອງການ ປກຊ-ປກສ ແຂວງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງພາຍໃນອົງການ 5 ຫ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານດຳລັດຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ພັກການ-ຮັບອຸດໜູນບຳນານ, ພ້ອມທັງຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ຍົກຍ້າຍນາຍທະຫານ; ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເຊິ່ງໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ບຸນຍອງ ດວງດີ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ຜູ້ໃໝ່. ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນໂອ້ລົມຊີ້ທິດເຍືອງທາງຫຼາຍບັນຫາທີ່ສຳຄັນເປັນ ຕົ້ນແມ່ນໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເຮັດວຽກໃຫ້ມີວິທະຍາສາດ, ເຄົາລົບ ແລະ ປະຕິບັດຫຼັກການນຳພາຂອງພັກ, ຕັ້ງໜ້າເປັນແບບຢ່າງທີ່ດີໃນທຸກໜ້າທີ່ວຽກງານ, ດຳລົງຊີວິດໃຫ້ປອດໃສຂາວສະອາດ, ສຸມໃສນຳພາຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະສົບຜົນສຳເລັດ, ນໍາພາກົມກອງກ້າວຂຶ້ນກາຍເປັນກົມກອງເຂັ້ມແຂງ ໜັກແໜ້ນທີ່ມີລະບຽບແບບແຜນທັນສະໄໝຂຶ້ນໄປເລື້ອຍໆ.
ຂ່າວ ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ