ກອງປະຊຸມສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ກົມກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2023 ແລະ ເປີດຂະບວນການແຂ່ງຂັນ ປະຈໍາປີ 2024 ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2024-02-22 14:03:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2425 | ຄວາມນິຍົມ:
ໃນວັນທີ 22 ກຸມພາ 2024 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ ປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນປະຈໍາປີ 2024 ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກ ກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ, ບໍລິສັດລັດວິສາຫະກິດ ພ້ອມດ້ວຍພະນັກງານສະມາຊິກພັກທົ່ວຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງ ປອດໃສ ປອດໄພ ປອດຄະດີ ປະຈໍາປີ 2023 ແລະ ແຜນການປີ 2024 ຄະນະພັກອົງການຫ້ອງວ່າການກະຊວງ ໄດ້ເອົາໃຈໃສ່ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ອົງການການເມືອງ ໃນການຄົ້ນຄວ້າວາງທິດທາງແຜນການຕາມ 5 ເນື້ອໃນວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ ກ່ຽວກັບການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ໂດຍຫັນເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງວາງອອກ, ໄດ້ຖືສໍາຄັນຕໍ່ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກໄດ້ຮັບຮູ້, ເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງຂອງຂັ້ນເທິງ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນພົມວິຫານ ແລະ ຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມ, ພະນັກງານ-ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ເຮັດສຳເລັດຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມນັ້ນກໍເອົາໃຈໃສ່ການປັບປຸງບູລະນະການຈັດຕັ້ງຢ່າງເຂັ້ມງວດ ຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ, ການດໍາເນີນຊີວິດການເມືອງຂອງໜ່ວຍພັກ, ເສີມຂະຫຍາຍລັກສະນະນໍາພາ, ສຶກສາອົບຮົມ ແລະ ຕັ້ງໜ້າກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການກໍ່ສ້າງກອງ 3 ປອດ, ເປັນຂະບວນການຢ່າງກວ້າງຂວາງດ້ານປະລິມານ ແລະ ຄຸນນະພາບເພີ່ມຂຶ້ນ ທົ່ວຄະນະພັກອົງການຫ້ອງວ່າການກະຊວງ ມີ 4 ຄະນະພັກຮາກຖານ, ມີ 31 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ມີ 11ໜ່ວຍພັກຮາກຖານຂຶ້ນກັບ ຄະນະພັກ.
ໃນພິທີ ກໍໄດ້ຜ່ານມະຕິຕົກລົງຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2023 ຈາກນັ້ນ ກໍໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 37 ໜ່ວຍພັກ ແລະ ມອບໃບຢັ້ງຢືນກົມກອງ ປອດໃສ ປອດໄພ ປອດຄະດີ ປະເພດI ໃຫ້ແກ່ 37 ກົມກອງ,ປະເພດII ມີ 1 ກົມກອງ ພ້ອມນັ້ນກໍຍັງໄດ້ຂຶ້ນຜ່ານຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2024.
ໂອກາດນີ້, ສະຫາຍ ປະທານກອງປະຊຸມ ກໍໄດ້ໂອ້ລົມຫຼາຍບັນຫາທີ່ສໍາຄັນ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຕະຫຼອດຮອດພະນັກງານ-ສະມາຊິກພັກ ຈົ່ງເອົາໃຈໃສ່ຍົກສູງໜ້າທີ່ຄວາມຮັບຜິດຊອບຂອງຕົນ, ເປັນເຈົ້າການຖືເອົາຂະບວນການ 3 ປອດ ເປັນມະຕິ, ແຜນການນໍາພາຂອງພັກ ຫັນເອົາວຽກງານນີ້ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ