ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2024-02-09 16:58:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1558 | ຄວາມນິຍົມ:



ວັນທີ 9 ກຸມພາ 2024 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ໃນໄລຍະ 1 ປີ ຜ່ານມາ ໄດ້ເອົາໃຈໃສ່ຊີ້ນຳຢ່າງເປັນເຈົ້າການໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ- ນັກຮົບ, ຊຸກຍູ້ການຈັດຕັ້ງອົບຮົມການເມືອງ-ແນວຄິດທົ່ວກອງທັບ ແລະ ເກັບກຳປະເມີນຜົນ ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໃນທົ່ວກອງທັບ; ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສຳຄັນຕ່າງໆ, ເປີດການວາງສະແດງຫໍພິພິທະພັນປະຫວັດສາດກອງທັບ ເພື່ອໃຫ້ມວນຊົນເຂົ້າຊົມ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ຈັດຕັ້ງເຝິກອົບຮົມວຽກງານໂຄສະນາ-ປາຖະກະຖາ ທົ່ວກອງທັບ 2 ຊຸດ; ຊີ້ນຳວຽກງານວັດທະນະທຳ ແລະ ສື່ມວນຊົນໃນກອງທັບ ເຄື່ອນໄຫວຕາມ ພາລະບົດບາດໃນການໂຄສະນາການເຄື່ອນໄຫວຕ່າງໆໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ເຕັມໄປດ້ວຍເນື້ອໃນຄວາມໝາຍອັນເລີກເຊິ່ງ, ມີບັນຍາກາດອັນຟົດຟື້ນມ່ວນຊື່ນ, ຈັດຕັ້ງເຝິກອົບຮົມວຽກງານກວດສອບເລຂາ-ຮອງເລຂາຮາກຖານພັກໄດ້ 3 ຄະນະ, ປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນ ຈຳນວນ 7 ຄະນະພັກ ແລະ ຄາດກະປີ 2024 ຈະຍົກຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດການທະຫານ ຂຶ້ນເປັນຄະນະພັກ; ມອບ-ໂອນ ວຽກງານຈັດຕັ້ງ-ກໍ່ສ້າງພັກ ຂອງບໍລິສັດເບດໂທລະຄົມ ຈຳກັດ ໄປຂຶ້ນກັບ ຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ, ຈັດຕັ້ງດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງບັນດາ ຄະນະພັກ ແລະ ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສະໄໝທີ V ແລະ ລົງເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ສະໄໝທີ XI ທົ່ວກອງທັບ; ເຜີຍແຜ່ນິຕິກຳ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວກອງທັບສຳເລັດ, ປະເມີນຜົນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວກຳລັງຫຼວງ ປະຈຳປີ 2023 ໄດ້ 36 ຄະນະພັກ ແລະ 1.310 ໜ່ວຍພັກ; ຄົ້ນຄວ້າອະນຸມັດແຕ່ງຕັ້ງ-ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ 5.230 ສະຫາຍ, ປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ຊັ້ນພົນຈັດຕະວາ ຂຶ້ນ ພົນຕີ ຈຳນວນ 2 ສະຫາຍ, ຊັ້ນພັນເອກ ຂຶ້ນ ພົນຈັດຕະວາ 32 ສະຫາຍ, ຊັ້ນພັນໂທ ຂຶ້ນ ພັນເອກ 111 ສະຫາຍ, ຊັ້ນພັນຕີ ຂຶ້ນ ພັນໂທ 1.693 ສະຫາຍ, ເລື່ອນຊັ້ນ ແຕ່ ຊັ້ນຮ້ອຍຕີ ຫາ ພັນຕີ 12.371 ສະຫາຍ, ເລື່ອນຊັ້ນ-ປະດັບທຽບຊັ້ນນັກຮຽນຈົບຈາກສາຍລັດ, ບັນດາວິທະຍາຄານ, ໂຮງຮຽນ ທັງພາຍໃນ ແລະ ຕ່າງປະເທດ 1.202 ສະຫາຍ, ຍົກຂັ້ນເງິນ ເດືອນແຕ່ຊັ້ນຮ້ອຍໂທ ຫາ ພັນເອກ 601 ສະຫາຍ; ໄປຮຽນກໍ່ສ້າງ-ບຳລຸງຢູ່ພາຍໃນ ແລະ ຕ່າງປະເທດ 4.878 ສະຫາຍ; ກວດກາບັນຊີຄິດໄລ່ເງິນນະໂຍບາຍອຸດໜູນອອກທະຫານ-ເສຍຊີວິດ ລວມ 1.106 ສະຫາຍ, ພັກການຮັບອຸດໜູນ 894 ສະຫາຍ, ອອກອຸດໜູນຮັບເງິນເທື່ອດຽວ 597 ສະຫາຍ ແລະ ປະຕິບັດວິໄນທາງບໍລິຫານຕໍ່ນາຍທະຫານຜູ້ກະທຳຜິດ 78 ຄົນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຄຽງຄູ່ກັບ ວຽກງານວິຊາສະເພາະ ໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນດ້ວຍຜົນສຳເລັດສູງ, ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນດ້ວຍຮູບການທີ່ເໝາະສົມ ແລະ ທັນການ; ສ້າງໄດ້ຂະບວນການດ້ານຕ່າງໆ, ດ້ວຍບັນຍາກາດ ເບີກບານມ່ວນຊື່ນ ເຮັດໃຫ້ພະນັກງານ ສະມາຊິກພັກ, ນັກຮົບ ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ ວິຊາສະເພາະ ກໍຄື ໜ້າທີ່ການເມືອງຂອງຕົນ. ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2023, ໄດ້ຮອງເອົາບັນດາໜ່ວຍພັກທີ່ຂຶ້ນກັບ ຄະນະພັກກົມໃຫຍ່ການເມືອງກອງທັບ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 33 ໜ່ວຍພັກ. ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຄະນະພັກ-ຄະນະບັນຊາ ຕະຫຼອດ ພະນັກງານ ສະມາຊິກພັກທົ່ວອົງການກົມໃຫຍ່ການເມືອງ ທີ່ໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ພ້ອມກັນ ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດແຜນການວຽກງານ ປະຈຳປີ 2023 ສຳເລັດຜົນເປັນຢ່າງດີ. ພ້ອມ ທັງ, ຍັງໄດ້ຮຽກຮ້ອງໃຫ້ ມີສະຕິລະວັງຕົວສູງ, ເອົາໃຈໃສ່ຕໍ່ການປັບປຸງພາຍໃນ, ປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ໜັກແໜ້ນ ເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ ໂດຍສຸມໃສ່ເຮັດໃຫ້ ກອງທັບມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ໂດຍ : ສຸເວດ ສີດາຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ