ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນ ທະຫານແຂວງ ກອນຕູມ ຢ້ຽມຢາມ ແລະ ອວຍພອນ ຄະນະນຳທະຫານ ແຂວງຈຳປາສັກ
ເວລາອອກຂ່າວ: 2019-04-22 09:43:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນວັນທີ 6 ເມສາ 2019 ນີ້, ສະຫາຍ ພັນເອກ ຫງັຽນ ເຖບີງ ຮອງກອງບັນຊາການທະຫານ ແຂວງ ຫົວໜ້າຫ້ອງເສນາທະ ຫານແຂວງກອນຕູມ ສສ ຫວຽດ ນາມ ພ້ອມຄະນະໄດ້ມາຢ້ຽມ ຢາມ ແລະ ອວຍພອນຄະນະນໍາ ກອງບັນຊາການ ທະຫານແຂວງ ຈໍາປາສັກ, ເນື່ອງໃນໂອກາດສົ່ງ ທ້າຍປີເກົ່າ ຈສ 1380, ພສ 2561 ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562, ເຊິ່ງໄດ້ຮັບການຕ້ອນ ຮັບຈາກສະຫາຍ ພັນເອກ ບຸນ ມາກ ວິລະວົງ ຄະນະປະຈໍາພັກ ແຂວງ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງຈໍາ ປາສັກພ້ອມຄະນະ. ໂອກາດນີ້ ສະຫາຍ ພັນເອກ ຫງັຽນ ເຖບີງ ໄດ້ຕາງໜ້າໃຫ້ຄະ ນະກ່າວຄໍາຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນພ້ອມທັງອວຍ ພອນໄຊອັນປະເສີດມາຍັງຄະ ນະນໍາ-ຄະນະບັນຊານາຍ ແລະ ພົນທະຫານທຸກທົ່ວໜ້າຈົ່ງມີ ຄວາມເບີກບານມ່ວນຊື່ນ, ມີສຸ ຂະພາບພະລະນາໄມສົມບູນ, ມີ ຄວາມເຂັ້ມແຂງ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງໃນໜ້າທີ່ການງານທຸກປະການ. ໃນໂອກາດຕ້ອນຮັບຄະນະຜູ້ ແທນທະຫານແຂວງກອນຕູມ ໃນຄັ້ງນີ້ສະຫາຍ ພັນເອກ ບຸນ ມາກ ວິລະວົງ ຍັງໄດ້ລາຍງານ ສະພາບການໂດຍຫຍໍ້ໃຫ້ຄະນະຜູ້ແທນດັ່ງກ່າວໄດ້ຮັບຊາບເປັນ ຕົ້ນວຽກງານ ເຮັດໃຫ້ສະພາບ ຂອບເຂດກົມກອງຮັບຜິດຊອບ ສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງທີ່ໝັ້ນຄົງ, ສັງ ຄົມມີຄວາມສະຫງົບປອດໄພ ໂດຍພື້ນຖານ, ເສດຖະກິດວັດທະ ນະທໍາ ແລະ ສັງຄົມມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມນີ້ ຄະນະຜູ້ແທນທັງສອງຝ່າຍຍັງ ໄດ້ພ້ອມກັນທົບທວນຄືນມູນ ເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບ ພິເສດໃນໄລຍະທີ່ຜ່ານມາລະ ຫວ່າງສອງຊາດ-ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ -ລາວ ອັນເຕັມໄປດ້ວຍຄວາມ ໝາຍຄວາມສໍາຄັນທີ່ເລິກເຊິ່ງ ແລະ ຕອນທ້າຍຍັງໄດ້ມອບຂອງ ຂວັນເພື່ອເປັນທີ່ລະນຶກໃຫ້ແກ່ ກັນຕື່ມອີກ. ໂດຍ: ຄໍາພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ