ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດ ສຳເລັດການແຂ່ງຂັນກິລາ ຕ້ອນຮັບວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ
ເວລາອອກຂ່າວ: 2019-04-09 09:27:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ວັນທີ 4 ເມສາ 2019 ນີ້, ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ສຳເລັດການແຂ່ງຂັນກີລາຕ້ອນຮັບວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ ໃຫ້ກຽດເຂົ້າ ຮ່ວມໂດຍ ສະຫາຍ ພັນເອກ ອິນ ໂທ ທໍາມະນີລາ ຮອງຫົວໜ້າ ຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະ ນະພັກ-ຄະນະບັນຊາ ຕະຫຼອດ ຮອດນັກກີລາເຂົ້າຮ່ວມ. ການຈັດກິດຈະກໍາແຂ່ງຂັນກີ ລາໃນຄັ້ງນີ້, ເພື່ອເປັນການສ້າງ ຂະບວນການກີລາຊາວໜຸ່ມຂອງ ຫ້ອງວ່າການກະຊວງປ້ອງກັນ ປະເທດໃຫ້ມີຄວາມສາມັກຄີ ແລະ ເປັນຂະບວນຟົດຟື້ນເພື່ອຕ້ອນຮັບວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (14/04/1955-14/04/ 2019) ກີລາທີ່ນຳມາແຂ່ງຂັນ ປະກອບມີ 3 ປະເພດຄື: ເປຕັງ ຍິງ-ຊາຍ, ຕັ່ງດົນຕີ ແລະ ກີລາ ເປົ່າແປ້ງ, ການແຂ່ງຂັນໃນຄັ້ງ ນີ້ ໄດ້ດຳເນີນມາເປັນເວລາ 2 ວັນ ຈຶ່ງສໍາເລັດ, ເຊິ່ງລວມມີທັງໝົດ 11 ກົມກອງເຂົ້າຮ່ວມຄື: ກົມ ພົວພັນຕ່າງປະເທດ, ກົມກົດ ໝາຍ, ກົມເສດຖະກິດ, ກົມຄົ້ນ ຄວ້າ, ກົມຮັກສາສຸຂະພາບ, ສະຕຣາໂທລະຄົມ ລາວເດີນອາ ກາດ, ກອງລົດ, ຫ້ອງການເມືອງ ແລະ ຫ້ອງການບໍລິຫານ. ຜ່ານ ການແຂ່ງຂັນຕົວຈິງກີລາເປ ຕັງຊະນະເລີດເປຕັງຍິງ-ຊາຍ ແມ່ນກົມກົດໝາຍ, ທີ 2 ກອງລົດ ແລະ ທີ 3 ຫ້ອງການເມືອງ, ກີ ລາຕັ່ງດົນຕີ ລາງວັນທີ 1 ກົມ ເສດຖະກິດ, ທີ 2 ກົມຄົ້ນຄວ້າ, ທີ 3 ກົມຮັກສາສຸຂະພາບ, ກີລາ ເປົ່າແປ້ງ ທີ 1 ກົມຮັກສາສຸຂະ ພາບ, ທີ 2 ຫ້ອງການບໍລິຫານ ແລະ ທີ 3 ກອງລົດ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ