ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວພທ ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ເວລາອອກຂ່າວ: 2018-11-15 19:49:13 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ວັນທີ 13 ພະຈິກ 2018 ວິ ທະຍາຄານການແພດກອງທັບ (ວພທ) ຈັດຕັ້ງພິທີປາຖະກະຖາ ມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ (ວັນທີ 20 ມັງກອນ1949- 20 ມັງກອນ 2019) ໂດຍການ ເປັນປະທານ ແລະ ບັນຍາຍຂອງ ທ່ານພົນຈັດຕະວາ ວົງສັກ ພັນທະວົງ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ ຮອງຫົວຫນ້າກົມໃຫຍ່ພະລາທິ ການກອງທັບ, ມີຄະນະພັກ- ຄະນະບັນຊາ, ພະນັກງານ-ຄູ ອາຈານນັກສຶກສາແພດເຂົ້າ ຮ່ວມ. ການປາຖະກະຖາໄດ້ຍົກໃຫ້ເຫັນ ປະຫວັດສາດການກຳເນີດກອງທັບ ປະຊາຊົນລາວ ກໍຄືຂະບວນການ ຕໍ່ສູ້ກູ້ຊາດຂອງປະຊາຊົນລາວ ບັນດາເຜົ່າຜູ້ຮັກຊາດ ກອງທັບປະ ຊາຊົນລາວ ໄດ້ຮັບການສ້າງຕັ້ງ ຂຶ້ນໃນວັນທີ 20 ມັງກອນ 1949 ຜ່ານຍ່ານທາງແຫ່ງການສ້າງຕັ້ງ ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະ ຫຍາຍຕົວ ພາຍໃຕ້ການນຳພາອັນ ປີຊາສາມາດສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໄດ້ຜ່ານຜ່າອຸປະສັກນາໆປະການ ບໍ່ວ່າຈັກທໍ່ໃດ ແລະ ເຕັມໄປດ້ວຍ ຄວາມເສຍສະຫລະອັນຍິ່ງໃຫຍ່ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສຳເລັດພາລະກິດຕໍ່ສູ້ປົດ ປ່ອຍຊາດ ເຮັດສຳເລັດພາລະກຳ ປະຫວັດສາດທີ່ພັກ ແລະ ປະຊາ ຊົນມອບໝາຍໃຫ້ຢ່າງມີໄຊ ສາ ມາດຕີເອົາຊະນະຈັກກະພັດລ່າ ເມືອງຂຶ້ນຝຣັ່ງ, ຈັກກະພັດອາເມ ຣິກາຜູ້ຮຸກຮານ ພ້ອມດ້ວຍລູກ ແຫລ້ງຕີນມືຂອງພວກເຂົາ ປົດ ປ່ອຍປະເທດຊາດໄດ້ຢ່າງສົມບູນ ສະຖາປະນາເປັນປະເທດ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ມາ ຮອດປັດຈຸບັນຍັງເປັນກຳລັງຫຼັກ ແຫຼ່ງໃນການປົກປັກຮັກສາໝາກ ຜົນຂອງການປະຕິວັດ ແລະ ລະ ບອບໃໝ່ໄວ້ຢ່າງໝັ້ນຄົງ. ຜ່ານໄລຍະ 70 ປີແຫ່ງການ ປົດປ່ອຍຊາດກອງທັບເຮົາຍັງ ເສີມຂະຫຍາຍທາດແທ້ປະຕິວັດ ມູນເຊື້ອອັນສະຫງ່າງາມຂອງ ກອງທັບໄວ້ໃຫ້ໝັ້ນຄົງ ບົນພື້ນ ຖານມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການຂອງ ສັງຄົມ, ມີລະບຽບແບບແຜນ, ມີຄວາມເຂັ້ມງວດ, ມີຄວາມອົງ ອາດກ້າຫານ, ມີນຳ້ໃຈເສຍສະ ຫລະອັນສູງສົ່ງເພື່ອຊາດ, ເພື່ອ ປະຊາຊົນຢ່າງແທ້ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ