ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັ້ນຮົບປົດປ່ອຍ ສາລາພູຄູນ ກາສີວັງວຽງ
ເວລາອອກຂ່າວ: 2018-11-15 19:42:28 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



( ຕໍ່ຈາກສະບັບກ່ອນ ) ເວລາ 14:00 ໂມງວັນທີ 6 ມັງກອນ 1973 ສັດຕູ ໃຊ້ຍົນ ແອັນເລີ 19 ບິນເວີ່ນສັງເກດ ການກຽມຕ່າວໂຈມຕີ ຫວັງຍຶດ ເອົາປ້ອມທີ່ເສຍໄປນັ້ນຄືນ ອ້າຍ ນ້ອງພວກເຮົາຢູ່ໃນທ່າກຽມພ້ອມ ສູ້ຮົບ 14:15 ໂມງ ມີຍົນເຕ 28 ຈຳນວນ 4 ລຳ ຍິງຈະຫຼວດໃສ່ ປ້ອມມົກລັງຈັງຈາກນັ້ນແອັຟ 105 ຈຳນວນ 2 ລຳ ມາຖິ້ມລະ ເບີດໃສ່ ສາລາພູຄູນ ພວກເຂົາຍິງ ຖະຫຼົ່ມບໍລິເວນດັ່ງກ່າວຢ່າງຮ້າຍ ແຮງເປັນເວລາ 2 ຊົ່ວ ໂມງໃນ ນັ້ນມີທັງຍົນອາຍພົ່ນບິນຄຸ້ມກັນ ຢູ່ຊັ້ນເທິງສຸດ ພວກເຂົາໃຊ້ຍົນ ຂຶ້ນຊື່ຈຳນວນ 8 ລຳມາໂຢດກຳ ລັງລົງຂອບເຂດສາມແຍກສາລາ ພູຄູນ ລົງຮອດດິນພວກເຂົາກໍສາ ມາດຂະຫຍາຍກຳລັງ ແລະ ຈັບ ເອົາພາກສ່ວນຊ່າງແສງທີ່ພວມ ສ້ອມແປງທາງ ແລະ ບຸກຕີປ້ອມ ບັນຊາຍ່ອຍຂອງພວກເຮົາເມື່ອ ເປັນແນວນັ້ນ ກອງບັນຊາການດ້ານ ຮົບໄດ້ສັ່ງໃຫ້ກອງພັນ 46 ສົມ ທົບກັບກອງພັນ 701 ເຂົ້າແກ້ໄຂ. 17:00 ໂມງວັນທີ 6 ມັງກອນ 1973 ກອງບັນຊາການດ້ານຮົບ ໄດ້ສັ່ງໃຫ້ລົດອາແອັມ ທີ່ຍຶດໄດ້ ຈາກສັດຕູ ສົມທົບກອງຮ້ອຍ 27 ກອງພັນ 701 ມາສະກັດຢູ່ສາມ ແຍກສາລາພູຄູນ ແລະ ໃຊ້ປືນ ໃຫຍ່ 105 ມມ ທີ່ຍຶດໄດ້ຢູ່ບັງກາ ໂລ ຍິງຖະຫຼົ່ມຄອບງວຳຈຸດທີ່ສັດ ຕູໂຢດພົນ ຂ້າຕາຍ ແລະ ບາດ ເຈັບໄດ້ຈຳນວນໜຶ່ງ ບັງຄັບໃຫ້ ສັດຕູຫົດເຂົ້າກັບທີ່, ພາຍຫຼັງ, ສຽງປືນໃຫຍ່ຢຸດຍິງອ້າຍນ້ອງ ກອງພັນ 46 ກໍແຕກສຽງປືນບຸກ ຕີສັດຕູຢ່າງແຂງແຮງ ຕີດັບສູນ ສັດຕູຄາທີ່ 18 ຄົນ. ( ອ່ານຕໍ່ສະບັບໜ້າ )



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ