ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີປູກຕົ້ນໄມ້ຢູ່ໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2023-06-07 15:42:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ຕອນເຊົ້າວັນທີ 5 ມິຖຸນາ 2023 ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ, ວັນເດັກນ້ອຍສາກົນຄົບຮອບ 43 ປີ, ( 1 ມິຖຸນາ 1980-1 ມິຖຸນາ 2023 ) ໂດຍມີ ສະຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ຫົວໜ້າການເມືອງ, ມີສະຫາຍ ພົນຈັດຕະວາ ປອ ຄໍາໄພ ຟອງດາລາ ຫົວໜ້າການທະຫານ, ມີຄະນະພັກ-ຄະນະອໍານວຍການ ໂຮງຮຽນທິດສະດີການເມືອງກອງທັບ, ມີສະຫາຍ ສາດສະດາຈານ ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ມີສະຫາຍ ສອນໄຊ ທໍາມະວົງ ປະທານບໍລິສັດ ສະມາດເບຣນ ຈໍາກັດຜູ້ດຽວ, ມີສູນປ້ອງກັນພຶດ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ, ຕະຫຼອດຮອດຄູອາຈານ, ນັກສຶກສາ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນທິດສະດີການເມືອງກອງທັບເຂົ້າຮ່ວມ. ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ພົນຈັດຕະວາ ປອ ຄໍາໄພ ຟອງດາລາ ໄດ້ກ່າວວ່າ ບົນຈິດໃຈເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ, ການເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງປ່າໄມ້, ທັງເພື່ອປະຕິບັດໃຫ້ເກີດຜົນຕົວຈິງ, ຄຳຂວັນຂອງກອງທັບປະຊາຊົນລາວທີ່ວ່າ: ສ້າງຄ້າຍໃຫ້ກາຍເປັນຄ້າຍຂຽວ, ຄຳຂວັນ 6 ສ, ຂອງນະຄອນຫຼວງ ໃນນັ້ນ, ກໍ່ມີໜື່ງຂໍ້ກ່າວວ່າ: ສ້າງນະຄອນຫຼວງ ໃຫ້ກາຍເປັນສີຂຽວ. ໄປຄຽງຄູ່ກັບການປະຕິບັດໜ້າທີ່ການເມືອງຕົ້ນຕໍແລ້ວ ກໍ່ຍັງຖືເປັນສຳຄັນ ແລະ ໄດ້ຈັດຕັ້ງປູກຕົ້ນໄມ້ໃນແຕ່ລະປີ. ຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້, ແມ່ນເພື່ອແນໃສ່ຟື້ນຟູພື້ນທີ່ໃຫ້ກາຍເປັນປ່າທີ່ອຸດົມສົມບູນ, ເປັນຮົ່ມເງົາ ທັງເປັນແຫຼ່ງເຕົ້າໂຮມເຊື້ອພັນໄມ້ປະເພດປະດັບຕ່າງໆໃນທົ່ວໂຮງຮຽນທິດສະດີການເມືອງກອງທັບ ໃຫ້ມີຫລາຍສີສັນ ພ້ອມທັງເພີ່ມເນື້ອທີ່ສີຂຽວ ແລະ ຫຼຸດຜ່ອນມົນລະພິດໃນອາກາດ ເພື່ອເຮັດໃຫ້ໂຄງປະກອບດ້ານຊະນິດພັນໄມ້ປະດັບມີຄວາມຫຼາກຫຼາຍຍີ່ງຂຶ້ນ, ເປັນສະຖານທີ່ເພື່ອການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດ ແລະ ການສຶກສາຮໍ່າຮຽນໃຫ້ນັກຮຽນ ແລະ ນັກສຶກສາ. ຕົ້ນໄມ້ທີ່ນຳມາປູກໃນມື້ນີ້: ມີຕົ້ນໄມ້ອຸດສາຫະກໍາ, ຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ປະດັບຊະນິດຕ່າງໆ ເຊັ່ນວ່າ: ຕົ້ນດອກຄູນ, ຕົ້ນດອກຝາງແດງ, ຕົ້ນ ດອກເຂັມ, ຕົ້ນໝາກມ່ວງ, ຕົ້ນໝາກມີ້, ເບ້ຍຊາເຫລືອງ, ຕົ້ນປາລະມີ ແລະ ອື່ນໆ. ຕົ້ນໄມ້ທັງໝົດທີ່ນຳມາປູກໃນມື້ນີ້, ຈຸດທີ່ໜຶ່ງແມ່ນປູກຢູ່ໜ້າຕຶກອໍານວຍການ, ຈຸດທີ່ສອງປູກທົດແທນຕົ້ນທີ່ຕາຍໄປ ເຊິ່ງໄດ້ຈັດຕັ້ງປູກໃນປີຜ່ານມາ ແລະ ຈຸດທີ່ສາມາດປູກໃສ່ບ່ອນຫວ່າງທີ່ເໝາະສົມ. ການປູກຕົ້ນໄມ້ໃນມື້ນີ້ບໍ່ພຽງແຕ່ເປັນຄຸນຄ່າດ້ານການຈັດຕັ້ງປະຕິບັດແນວທາງຂອງພັກ, ນະໂຍບາຍຂອງລັດ, ຄຳຂວັນລວມ ແລະ ຄຳຂວັນສະເພາະເທົ່ານັ້ນ, ແຕ່ກໍ່ຍັງມີຄວາມໝາຍດ້ານພຶດຕິກຳອັນເລິກເຊິ່ງໃນການສ້າງຂະບວນການ ຕ້ອນຮັບວັນສໍາຄັນຂອງຊາດ, ກໍຄືຂອງກອງທັບ, ເປັນການເພີ່ມພູນ ຄຸນສ້າງສາຍພົວພັນຄວາມສາມັກຄີຮັກແພງອັນແໜ້ນແຟ້ນລະຫວ່າງ ໂຮງຮຽນທິດສະດີການເມືອງກອງທັບ ກັບ ບັນດາສະຫາຍແຂກທີ່ເຂົ້າຮ່ວມ ປູກຕົ້ນໄມ້ໃນມື້ນີ້, ທັງໝົດ ເຫຼົ່ານັ້ນໄດ້ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປັບປຸງ-ກໍ່ສ້າງ ຄ້າຍຄູ ໃຫ້ມີການຫັນປ່ຽນໃໝ່ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນພິທີຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ ສາດສະດາຈານ ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ສະຫາຍ ສອນໄຊ ທໍາມະວົງ ແລະ ສູນປ້ອງກັນພຶດ ກົມປູກຝັງ ກະຊວງກະຊິກໍາ ແລະ ປ່າໄມ້ ເພື່ອສະແດງຄວາມຂອບໃຈທີ່ໄດ້ໃຫ້ການອຸປະຖໍາຕົ້ນໄມ້ໃຫ້ໝາກ ແລະ ວັດຖຸອຸປະກອນບຳລຸງຮັກສາຕົ້ນໄມ້ ຈາກສູນກາງແນວລາວສ້າງຊາດ, ໄດ້ຮັບການອຸປະຖຳດ້ານວັດຖຸອຸປະກອນປ້ອງກັນພືດ ແລະ ແນວພັນພືດ ຈາກກະຊວງກະສິກຳ ແລະ ປ່າໄມ້. ເບ້ຍໄມ້ທີນໍາມາປູກທັງໝົດມີ 549 ເບ້ຍ. ພາບ+ຂ່າວ: ສິບຕີ ນ. ເກດແກ້ວ ໄຊສົມພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ