ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງເຊກອງ ຈັດພິທີມອບ-ສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ
ເວລາອອກຂ່າວ: 2023-06-07 14:28:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ໃນວັນທີ 6 ມິຖຸນາ 2023 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານເມືອງລະມາມ ແຂວງເຊກອງ, ໄດ້ຈັດພິທີມອບ-ສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເຂົ້າຮ່ວມໃນພິທີດັ່ງກ່າວ ມີສະຫາຍ ຄໍາສອນ ກອນເຍີ ຄະນະປະຈໍາພັກແຂວງ ຮັກສາການເຈົ້າແຂວງ, ປະທານຄະນະປະຕິບັດງານພິເສດແຂວງເຊກອງ, ສະຫາຍ ໂສມ ບຸດສະກຸນ ຄະນະປະຈໍາພັກແຂວງຮອງເຈົ້າແຂວງ ປະທານຄະນະປະຕິບັດງານພິເສດແຂວງຈໍາປາສັກ ແລະ ສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ, ກອງບັນຊາການທະຫານແຂວງ, ປະທານຄະນະປະຕິບັດງານພິເສດແຂວງອັດຕະປື, ສະຫາຍພົນຈັດຕະວາ ສົມທອງ ດອນກັນນ້ອຍ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຮອງປະທານຄະນະປະຕິບັດງານພິເສດແຂວງເຊກອງ ແລະ ຝ່າຍ ສສ ຫວຽດນາມ ນໍາໂດຍສະຫາຍ ອີງັອກ ຮອງປະທານຄະນະກໍາມະການປະຊາຊົນແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງກອນຕູມພ້ອມຄະນະ, ມີການນໍາພັກ-ລັດ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດພະນັກງານ ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາເຂົ້າຮ່ວມ. ການມອບ-ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ເວົ້າລວມ-ເວົ້າສະເພາະແມ່ນຢູ່ໃນດິນແດນແຂວງເຊກອງ, ຈໍາປາສັກ ແລະ ອັດຕະປື, ເພື່ອນໍາສົ່ງກັບຄືນປະເທດ ໃນສົກປີ 2022-2023 ຄັ້ງນີ້, ແມ່ນປະຕິບັດນະໂຍບາຍ ແລະ ຄວາມເປັນທໍາຂອງພັກ-ລັດຖະບານລາວ ທີ່ມີຕໍ່ເພື່ອນມິດຍຸດທະສາດ ແລະ ຄວາມເອົາໃຈໃສ່ພິເສດຂອງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ບວກກັບການຮ່ວມມື-ອໍານວຍຄວາມສະດວກຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ, ຈໍາປາສັກ ແລະ ອັດຕະປື, ສາມາດຂຸດຄົ້ນໄດ້ທັງໝົດ 8 ອັດຖິ, ໃນນັ້ນຂຸດຄົ້ນໄດ້ຈາກ ແຂວງເຊກອງ 1 ອັດຖິ , ຈໍາປາສັກ 1 ອັດຖິ ແລະ ອັດຕະປື 6 ອັດຖິ, ເຊິ່ງໃນພິທີໄດ້ວາງພວງມາລາ ແລະ ໄຫວ້ອາໄລເຖິງດວງວິນຍານຂອງ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ພ້ອມທັງເຊັນບົດບັນທຶກມອບ-ສົ່ງອັດຖິ ແລະ ວຽກງານສືບຕໍ່ຂຸດຄົ້ນໃນຊຸມປີຕໍ່ໜ້າ. ໃນໂອກາດນີ້ ສະຫາຍ ຄໍາສອນ ກອນເຍີ ໄດ້ຕາງໜ້າໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຂອງສາມແຂວງ ໃຫ້ຮູ້ວ່າ: ການມອບ-ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສໍາຄັນຍິ່ງ ເພາະຢູ່ໃນທ່າມກາງບັນຍາກາດ ທີ່ສອງພັກ-ສອງລັດພວມຫ້າງຫາກະກຽມຈັດງານລະນຶກ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 61 ປີ (05/09/1962–05/09/2023) ແລະ ວັນເຊັນສົນທິສັນຍາ ການພົວພັນຮ່ວມມື ມິດຕະພາບ ລາວ-ຫວຽດນາມ ຄົບຮອບ 46 ປີ (18/07/1977–18/07/2023), ນີ້ແມ່ນຂີດໝາຍສໍາຄັນທາງດ້ານປະຫວັດສາດ ທີ່ສອງປະເທດຈະໄດ້ພ້ອມກັນໂຄສະນາສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ, ນັກ ຮຽນ-ນັກສຶກສາ, ປັນຍາຊົນທຸກຊັ້ນຄົນ ໄດ້ຮຽນຮູ້ມູນເຊື້ອອັນພິລະອາດຫານ ສູ້ຮົບມີໄຊຂອງພັກ-ຂອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນສະໄໝການຕໍ່ສູ້ກູ້ຊາດ, ຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານໃນສະໄໝກ່ອນ, ກໍ່ຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງສອງປະເທດໃນປັດຈຸບັນ, ໃນນາມການນໍາພັກ-ລັດ ແລະ ໃນນາມປະຊາຊົນລາວບັນດາເຜ່ົາ ພວກຂ້າພະເຈົ້າຈະພະຍາຍາມເຮັດສຸດຄວາມສາມາດ ໃນການສະໜອງຂໍ້ມູນຂ່າວສານດ້ານຕ່າງໆ ເພື່ອສືບຕໍ່ຊອກຫາ-ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເພື່ອນໍາສົ່ງກັບຄືນປິຕຸພູມອັນແສນຮັກ ແລະ ຫ່ວງແຫນ ຕາມຄອບຄົວ-ຍາດພີ່ນ້ອງຄອງຄອຍ ແລະ ຈະພ້ອມກັນປົກປັກຮັກສາ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ, ສອງກອງທັບແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ. ພາບ-ຂ່າວ: ກອງຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ