ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບ ປິດຊຸດອົມຮົມ-ຫັດແອບທະຫານໃໝ່ ປະຈຳປີ 2023
ເວລາອອກຂ່າວ: 2023-06-07 14:17:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ:



ໃນວັນທີ 7 ມິຖຸນາ 2023 ນີ້, ຢູ່ທີ່ສູນເຝິກອົມຮົມ ໂຮງງານ 209 ກົມສື່ສານ ກົມໃຫຍ່ເສນາທິການກອງທັບ ໄດ້ປິດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ໃຫ້ທະຫານໃໝ່ ປະຈໍາປີ 2023 ໂດຍການ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ, ຄູ-ອາຈານ ແລະ ທະຫານໃໝ່ ພ້ອມດວ້ຍແຂກເຂົ້າຮ່ວມ. ສະຫາຍ ພັນໂທ ສຸກໃຈ ວົງຄຳ ຮອງຫົວໜ້າການທະຫານ ໂຮງງານ 209 ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບຕະຫຼອດໄລຍະ 61 ວັນ ຜ່ານມາ ເຊິ່ງການອົບຮົມ-ຫັດແອບແມ່ນມີຄວາມສະຫງົບປອດໄພ 100%, ສະພາບຄູ-ອາຈານ, ນັກຮຽນ ໃນຂອບເຂດກົມກອງຕັ້ງທັບແມ່ນມີຄວາມສາມັກຄີຮັກກແພງກັນດີ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການອົບຮົມ-ຫັດແອບແມ່ນໄດ້ປະຕິບັດຕາມຫຼັກສູດການຮຽນ-ການສອນ ຕາມແຜນການທີ່ວາງໄວ້ ເຊິ່ງຜົນໄດ້ຮັບຄື: ພາກການເມືອງ 97,80%, ພາກການທະຫານ 91,38%, ພາກພາລາທິການ-ເຕັກນິກ 91,57% ຈາກນັ້ນ ໄດ້ຜ່ານຂໍ້ຕົງລົງຂອງຂອງກົມໃຫຍ່ເສນາທິການກອງທັບວ່າດ້ວຍການປະດັບຊັ້ນ ໃຫ້ນັກຮຽນທະຫານໃໝ່ ແລະ ມອບໃບຢັ້ງຢືນສໍາເລັດການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໃຫ້ທະຫານໃໝ່ 61 ວັນ. ໃນຕອນທ້າຍ ສະຫາຍປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາ ໂຮງງານ 209, ຄູ-ອາຈານ ແລະ ນັກຮຽນທີ່ສາມາດ ອົບຮົມ-ຫັດແອບໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ມີຄວາມຮັບປະກັນຄວາມສະຫງົບປອດໄພ 100% ແລະ ໄດ້ຮຽກຮ້ອງໃຫ້ນັກຮຽນທະຫານໃໝ່ ຈົ່ງນໍາເອົາບົດຮຽນດັ່ງກ່າວໄປນໍາໃຊ້ຢູ່ກົມກອງທີ່ຕົນຖືກສັບຊ້ອນຢູ່ໃຫ້ໄດ້ຮັບໝາກຜົນຕົວຈິງ, ກໍາແໜ້ນພາລະບົດບາດ, ສິດໜ້າທີ່ຂອງຕົນຢ່າງເລິກເຊິ່ງ, ເອົາໃຈໃສ່ໃນການເຝິກຝົນຫໍ່ຫຼອມຕົນເອງທາງດ້ານຄຸນສົມບັດ, ສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ, ດໍາລົງຊີວິດປອດໃສຂາວສະອາດ, ດຸໝັ່ນຄົ້ນຄວ້າຮໍ່າຮຽນພາກທິດສະດີ ແລະ ພຶດຕິກໍາຕົວຈິງ ສ້າງຕົນເອງໃຫ້ກາຍເປັນພະນັກງານ-ນັກຮົບທີ່ດີເດັ່ນຂອງກົມກອງ ກໍຄືຂອງກອງທັບ, ປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກ, ຄໍາປະຕິຍານ 8 ຂໍ້ ແລະ 12 ຂໍ້ຕໍ່ປະຊາ ຊົນຢ່າງເຂັ້ມງວດ, ຮັກສາຄວາມສາມັກຄີກັບໝູ່ເພື່ອນ ແລະ ພໍ່ແມ່ປະຊາຊົນທີ່ກົມກອງຕັ້ງທັບ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງກອງທັບກັບປະຊາຊົນ, ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນໃນການເພີ່ມພູນຜະລິດ ຜົນປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ. ໂດຍ: ບົວລາ ສໍລາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ