ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນເຫຼົ່າຮົບສື່ສານ 205 ສອບເສັງຈົບຊັ້ນໃຫ້ນັກຮຽນສອບແປງສື່ສານ ລະບົບຊັ້ນກາງ ແລະ ຊັ້ນຕົ້ນ
ເວລາອອກຂ່າວ: 2023-06-07 14:11:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239838772 | ຄວາມນິຍົມ:



ໃນວັນທີ 2 ມິຖຸນາ 2023 ນີ້ ຢູ່ໂຮງຮຽນເຫຼົ່າຮົບສືາສານ 205 ໄດ້ຈັດຕັ້ງການສອບເສັງໃຫ້ນັກຮຽນສ້ອມແປງສື່ສານລະບົບຊັ້ນກາງ ຊຸດທີ 18 ລະບົບ 3 ປີ, ສົກຮຽນ 2020-2023. ລະບົບຊັ້ນຕົ້ນນັກຮຽນໂທລະເລກ ຊຸດທີ 28 ນັກຮຽນໂທລະລົມ, ນັກຮຽນໂທລະສັບ ແລະ ນັກຮຽນໄຟຟ້າ ຊຸດທີ 10 ລະບົບ 1 ປີ, ສົກຮຽນ 2022-2023 ໂດຍການເປັນປະທານການສອບເສັງຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ມີອໍານວຍການໂຮຽຮຽນພ້ອມດ້ວຍຄະນະ ແລະ ຄູ-ອາຈານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນການສອບເສັງຄັ້ງນີ້ນັກຮຽນສ້ອມແປງສື່ສານຊັ້ນກາງ ຊຸດທີ 18 ລະບົບ 3 ປີ, ມີຈໍານວນ 40 ສະຫາຍຈະໄດ້ສອບເສັງ 4 ວີຊາຄື: ວີຊາ ການເມືອງ, ຍຸດທະວີທີສື່ສານ, ທິດສະດີພື້ນຖານ ແລະ ສ້ອມແປງຈັກຕົວຈິງ. ສ່ວນນັກຮຽນຊັ້ນຕົ້ນໂທລະເລກ ຊຸດທີ 28 ລະບົບ 1 ປີ ມີນັກຮຽນຈຳນວນ 80 ສະຫາຍ ຈະສອບເສັງ 4 ວີຊາຄື: ວິຊານໍາໃຊ້ຈັກຮັບ - ສົ່ງສື່ສານ, ຫຼັກການຕິດຕໍ່ໂທລະເລກ, ຮັບ-ສົ່ງມ໋ອກ ແລະ ກົດໂທລະເລກ, ນັກຮຽນໂທລະລົມ ຊຸດທີ 10 ມີນັກຮຽນຈຳນວນ 30 ສະຫາຍ ຈະໄດ້ສອບເສັງ 3 ວີຊາຄື: ກົດໂທລະລົມ, ນໍາໃຊ້ຈັກຮັບ-ສົ່ງສື່ສານ, ຫຼັກການຕິດຕໍ່ໂທລະລົມ. ນັກຮຽນໂທລະສັບຊຸດທີ 10 ມີຈໍານວນນັກຮຽນ 30 ສະຫາຍຈະໄດ້ສອບເສັງ 2 ວິຊາຄື ທິດສະດີພື້ນຖານໂທລະສັບການທະຫານ-ໂທລະສັບຕົວເມືອງ, ວີຊາການຕິດຕັ້ງນໍາໃຊ້ຈັກໂທລະສັບ-ຈັກລວມ(ເຮັດຕົວຈີງ) ແລະ ນັກຮຽນໄຟຟ້າຊຸດທີ 10 ມີນັກຮຽນຈໍາ 30 ສະຫາຍຈະໄດ້ສອບເສັງຢູ່ 2 ວິຊາຄື: ທິດສະດີໄຟຟ້າກົນຈັກ ແລະ ວີຊາຕິດຕັ້ງ-ສ້ອມ ແປງຈັກຕົວຈິງເປັນຕົ້ນ. ການສອບເສັງໃນຄັ້ງນີ້ແມ່ນຈະໄດ້ດໍາເນີນໄປຮອດ 09 /06/ 2023 ຈິ່ງຈະສໍາເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ