ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ ແລະ ວຽກງານການເງິນ ປະຈໍາປີ 2022
ເວລາອອກຂ່າວ: 2023-06-07 14:03:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:



ໃນວັນທີ 30 ພຶດສະພາ 2023 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ, ຈັດກອງປະຊຸມສະຫຼຸບວຽກງານພະລາທິການ ແລະ ວຽກງານການເງິນທົ່ວທະຫານແຂວງ, ຢູ່ທີ່ສະໂມສອນຂອງຕົນໂດຍການເປັນປະທານ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ວ່າການເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ຄໍາພອນ ແສນສີວົງສາ ຄະນະປະຈໍາພັກກອງບັນຊາການ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະພັກ, ຄະນະບັນຊາພະນັກງານ-ຫຼັກແຫຼ່ງອົງການ 5 ຫ້ອງ, ບັນດາກົມກອງທົ່ວທະຫານແຂວງ, ຜູ້ທີ່ເຮັດວຽກພະລາທິການ ແລະ ການເງິນໃນທົ່ວທະຫານແຂວງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນໂທ ວັນດີ ພົມປັນຍາ ຮອງຫົວໜ້າຫ້ອງພະລາທິການ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ, ວ່າດ້ວຍການອະນຸມັດໃຫ້ຫ້ອງພະລາທິການ ດໍາເນີນກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ ແລະ ວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023, ຈາກນັ້ນສະຫາຍພັນໂທ ບຸນຈັນ ທອງອ່ອນປະເສີດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພະລາທິການ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023, ຜ່ານມາໄດ້ຖືເອົາການສຶກສາອົບຮົມ, ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ເປັນກົກໂດຍການນໍາເອົາຂໍ້ກໍານົດກົດລະບຽບມະຕິຄໍາສັ່ງຕ່າງໆມາຈັດຕັ້ງເຊື້ອມຊຶມໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈຕໍ່ແນວທາງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ປະຕິບັດໜ້າທີ່ວິຊາສະເພາະຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ວຽກງານຮັບປະກັນທາງດ້ານພະລາທິການ ໃຫ້ແກ່ການເຄື່ອນໄຫວ, ອົບຮົມຫັດແອບ, ແລະ ກ້ຽມພ້ອມສູ້ຮົບ. ສືບຕໍ່ຮັບປະກັນທາງດ້ານພະລາທິການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບດ້ວຍການຂຸດຄົ້ນທ່າແຮງບົມຊ້ອນ ແລະ ຄວາມອາດສາມາດຂອງກົມກອງ, ສືບຕໍ່ສ້າງແຜນງົບປະມານລາຍຮັບ-ລາຍຈ່າຍ ລາຍງານໃຫ້ສາຍຕັ້ງ-ສາຍຂວາງ ລົງຕິດຕາມກວດກາຊີ້ນໍາກົມກອງໃນການຈັດຕັ້ງປະຕິບັດງົບປະມານ. ໃນກອງປະຊຸມຜູ້ແທນຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນໃຊ້ບົດສະຫຼຸບຢ່າງກົງໄປກົງມາ ແລະ ທິດທາງແຜນການເປັນການປັບປຸງບັນດາໜ້າວຽກໃຫ້ມີຄວາມຖືກຕ້ອງຄົບຖ້ວນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ປະທານພິທີຍັງໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຫ້ອງພະລາທິການ ແລະ ພະນັກງານທີ່ເຮັດວຽກງານການເງິນທົ່ວທະຫານແຂວງ, ທີ່ໄດ້ເຮັດສໍາເລັດໜ້າທີ່ໃນໄລຍະຜ່ານມາພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານວິຊາສະເພາະແຕ່ລະກົມກອງ ນໍາເອົາບັນດາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນຕົວຈິງ, ຄຽງຄູ່ກັບການຊຸກຍູ້ກັບການຜະລິດຂອງກົມກອງ ເປັນເຈົ້າການປັບປຸງຄ້າຍຄູໃຫ້ມີຄວາມສະອາດງາມຕາ ກໍ່ສ້າງກໍາລັງດ້ານວິຊາສະເພາະໃຫ້ເຂັ້ມແຂງ ໄດ້ທັງປະລິມານ ແລະ ຄຸນນະພາບ, ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຕອນທ້າຍໃນກອງປະຊຸມດັ່ງກ່າວ ສະຫາຍ ພັນໂທ ສົມພອນ ສຸລິພົນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ, ໃນນີ້ເລື່ອນຊັ້ນ ວາທີ ຂຶ້ນຊັ້ນຮ້ອຍຕີຈໍານວນ 20 ສະຫາຍ, ເລື່ອນທຽບຊັ້ນ ວາທີ ຂຶ້ນຊັ້ນຮ້ອຍຕີຈໍານວນ 5 ສະຫາຍ, ຕືມອີກ. ຂ່າວ-ພາບ: ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ