ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງ ກອງພົນທີ 1 ສໍາເລັດ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ XIII ຂອງຕົນ
ເວລາອອກຂ່າວ: 2023-06-07 13:58:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ໃນວັນທີ 6 ມິຖຸນາ 2023 ນີ້, ຄະນະພັກຮາກຖານຫ້ອງການເມືອງ ກອງພົນທີ 1 ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ XIII ຂຶ້ນ ແລະ ສໍາເລັດດ້ວຍໝາກຜົນຈົບງາມ; ໂດຍເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ກອງພົນທີ 1, ມີສະມາຊິກພັກສົມບູນ-ສໍາຮອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຮັບຮອງເປັນເອກະສັນຕໍ່ລາຍງານການເມືອງທັງສອງພາກ ຂອງຄະນະພັກຮາກຖານຫ້ອງການເມືອງ ທີ່ສະເໜີໂດຍ ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຄະນະປະຈໍາພັກກອງພົນ ເລຂາຄະນະພັກຮາກຖານຫ້ອງການເມືອງ; ກອງປະຊຸມໃຫຍ່ ໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາທິດທາງແຜນການ 5 ປີ ຕໍ່ໜ້າ ( 2023-2027); ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຢ່າງກົງໄປກົງມາ ຈາກບັນດາສະຫາຍສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ເຮັດໃຫ້ບັນຍາກາດກອງປະຊຸມມີເນື້ອໃນສົມບູນຂຶ້ນຕື່ມ; ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນບ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານ ຫ້ອງການເມືອງ ຊຸດທີ XII ເຊິ່ງມີລາຍຊື່ດັ່ງນີ້: 1. ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ, 2. ສະຫາຍ ພັນໂທ ບຸນເລີດ ຄໍາໂພໄຊ, 3. ສະຫາຍ ພັນໂທ ພອນທອງ ສຸວັນດີ, 4. ສະຫາຍ ພັນໂທ ເມີບ ເບທະລາ, 5. ສະຫາຍ ພັນໂທ ວຽງສະຫວັນ ໄຊສະຫວັນ, 6. ສະຫາຍ ພັນໂທ ຄໍາພູ ແກ້ວສະຫວ່າງ, 7. ສະຫາຍ ພັນໂທ ແສງທອງ ພົມອຸໄທ; ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະພັກຮາກຖານຫ້ອງການເມືອງ ສະໄໝທີ XIII ໄດ້ເປັນເອກະສັນ ເລືອກເອົາເລຂາ, ຮອງເລຂາ ຄື: ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ເປັນເລຂາ, ສະຫາຍ ພັນໂທ ບຸນເລີດ ຄໍາໂພໄຊ ເປັນຮອງເລຂາ ແລະ ກອງປະຊຸມຍັງໄດ້ເລືອກເອົາ ສະຫາຍ ພັນໂທ ຄໍາພູ ແກ້ວສະຫວ່າງ ເປັນປະທານກວດກາພັກ, ສະຫາຍ ພັນໂທ ວັນພອນ ແກ້ວມະນີແສງ ເປັນຮອງປະທານກວດກາພັກ. ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກຫົວໜ້າການເມືອງກອງພົນ ເຊິ່ງສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ໝາກຜົນແຫ່ງການຊີ້ນໍາໆຂອງຄະນະຊຸດເກົ່າ ແລະ ສະມາຊິກພັກ ທີ່ຍາດໄດ້ໃນໄລຍະຜ່ານມາ; ພ້ອມກ່າວເນັ້ນ ໃຫ້ຄະນະພັກຮາກຖານຊຸດໃໝ່ ຕ້ອງຈັດຕັ້ງນຳພາ, ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໂດຍສະເພາະແມ່ນຈັດຕັ້ງເຜີຍແຜ່ ແລະ ຜັນຂະຫຍາຍໃຫ້ພະນັກງານ-ນັກຮົບ ທົ່ວກົມກອງຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວກົມກອງມີທັດສະນະແນວຄິດການເມືອງໜັກແໜ້ນ; ມີຄວາມຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ; ສືບຕໍ່ນຳພາສ້າງກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບຂະບວນການອື່ນໆ ໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ກໍ່ສ້າງພັກທາງດ້ານຄຸນນະພາບຫຼຸດຜ່ອນດ້ານປະລິມານໃຫ້ພັກມີຄຸນນະພາບໜັກແໜ້ນແທ້; ເອົາໃຈໃສ່ຍູ້ແຮງຂະບວນການຜະລິດ ແກ້ໄຂຊີວິດການເປັນຢູ່; ສືບຕໍ່ປະສານງານພົວພັນຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ຕາມແນວທາງຕ່າງປະເທດຂອງພັກ ສາມາດຮັບປະກັນທຸກດ້ານ ເພື່ອພ້ອມກັນຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ