ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍພັກກອງກໍ່ສ້າງ-ສ້ອມແປງ ສະຫຼຸບກວດກາຕີລາຄາການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2023-06-07 09:57:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ໃນວັນທີ 6 ມິຖຸນາ 2023 ນີ້, ໜ່ວຍພັກ ກອງກໍ່ສ້າງ-ສ້ອມແປງ ໄດ້ຈັດຕັ້ງກອງປະຊຸມບັ້ນດໍາເນີນຊີວິດການເມືອງຂຶ້ນ ເພື່ອສໍາຫຼວດກວດກາຕີລາຄາການຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2022-2023 ແລະ ທິດທາງແຜນການ ປະຈໍາສົກປີ 2023-2024, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການ, ຫົວໜ້າຄະນະກວດກາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງກົມໃຫຍ່ພະລາທິການກອງທັບ, ມີຄະນະກວດກາ, ຄະນະພັກ-ຄະນະບັນຊາ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ. ສະຫາຍ ພັນໂທ ດວງສີ ແສງອາລຸນ ເລຂາໜ່ວຍພັກ ຫົວໜ້າກອງກໍ່ສ້າງ-ສ້ອມແປງ ກົມກໍ່ສ້າງ-ຄຸ້ມຄອງຊັບສິນ, ກົມໃຫຍ່ພະລາທິການກອງທັບ, ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2022-2023 ແລະ ທິດທາງແຜນການ ປະຈໍາສົກປີ 2023-2024, ເຊິ່ງໄດ້ຕີລາຄາການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ, ເອົາໃຈໃສ່, ສຸມໃສ່ໃນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທັງ 4ດ້ານ, ດ້ານການເມືອງ, ດ້ານແນວຄິດ, ການຈັດຕັ້ງ ແລະ ແບບແຜນວິນໍາພາ, ການນໍາພາປະຕິບັດໜ້າທີ່ການເມືອງ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ, ສຶກສາອົບຮົມພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄ້ວາ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ເວົ້າລວມເວົ້າສະເພາະແມ່ນໜ້າທີ່ໃຫຍ່ທີ 3 ຮັບປະກັນພະລາທິການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ສະມາຊິກພັກ, ນັກຮົບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຂອງກອງທັບ, ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ປະຊາຊົນບັນດາເຜົ່າ, ປະຈຸບັນພາຍໃນໜ່ວຍພັກ ມີຈໍານວນສະມາຊິກພັກທັງໝົດ 12 ສະຫາຍ, ຍິງ 2 ສະຫາຍ, ສໍາຮອງ 1 ສະຫາຍ, ຜ່ານການຈັດຕັ້ງກອງປະຊຸມສະຫູຸບກວດກາຕີລາຄາຄັດເລືອກການຈັດແບ່ງປະເພດຄຸນນະພາບຂອງຂອງສະມາຊິກພັກ ແລະ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2022-2023 ເຫັນວ່າ, ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ, ກໍໄດ້ເອົາໃຈໃສ່ຕັ້ງໜ້າສຶກຄົ້ນຄົ້ວາ, ຂຽນບົດສໍາຫຼວດຂອງຕົນເອງ ເພື່ອອ່ານຜ່ານໃນໝູ່ຄະນະໜ່ວຍພັກ, ໂດຍສະເພາະຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີປັບປຸງແກ້ໄຂຕົນເອງໃນຕໍ່ໜ້າຂອງສະມາຊິກພັກ, ພ້ອມທັງຮັບເອົາເອົາການຕໍານິຕິຊົມ, ກໍ່ສ້າງຊ່ວຍ ເຫຼືອ ເຊີ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ ແລະ ເຮັດສໍາເລັດໜ້າທີ່ວຽກງານການເມືອງທີ່ການຈັດຕັ້ງມອບໝາຍໃຫ້, ສະຫຼຸບຜົນໄດ້ຮັບການກວດກາ, ຕີລາຄາຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ຄັດເລືອກໄດ້ສະມາຊິກພັກແຂງທັງໝົດ 12 ສະຫາຍ, ຄະແນນລວມສະເລ່ຍຂອງສະມາຊິກພັກແຕ່ລະສາຍ ແມ່ນໄດ້ 9 ຂຶ້ນໄປ, ໜ່ວຍພັກບັນລຸໄດ້ຄະແນນລວມ 9,5%, ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເອົາໜ່ວຍພັກກອງກໍ່ສ້າງ-ສ້ອມແປງ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2023-2024 ເປັນສະໄໝທີ 4 ຕິດຕໍ່ກັນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ປະທານກອງປະຊຸມ ໄດ້ໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ທຸກຂັ້ນ, ພ້ອມດ້ວຍພະນັກງານ-ສະມາຊິກພັກ ທຸກສະຫາຍຢູ່ພາຍໃນໜ່ວຍພັກ, ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຕໍ່ກັບວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດເປັນກົກ, ເຊື່ອມຊຶມກໍາແໜ້ນແນວທາງ, ແຜນນະໂຍບາຍ ແລະ ບັນດາມະຕິຂອງພັກ ໃຫ້ຖັນແຖວພະນັກງານ-ສະມາຊິກພັກຢ່າງເລິກເຊິ່ງ, ດ້ວຍຫຼາຍຮູບການ, ວິທີການ, ພ້ອມທັງຈັດຕັ້ງດໍາເນີນຊີວິດການເມືອງປົວແປງພາຍໃນພັກໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ,ຍົກສູງຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ສົມບັດສິນທໍາປະຕິວັດ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ກອງທັບ ແລະ ປະເທດຊາດ, ຕີຖອຍໄດ້ທັດສະນະ, ທ່າອ່ຽງແນວຄິດຜິດເຂວ, ຫຼາຍພັກ, ຫຼາຍເຄົ້າ, ເຮັດໃຫ້ພາຍໃນພັກມີຄວາມເປັນເອກະພາບ, ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽງການໃຫ້ບຸກຄົນຮັບຜິດຊອບ, ປຶກສາຫາລືຕົກລົງບັນຫາທີ່ສໍາຄັນເປັນໝູ່ຄະນະ, ມີການຕິດຕາມ, ກວດກາທຸກໆວຽກງານ, ມີການສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ, ພ້ອມທັງສ່ອງແສງລາຍງານ ເເລະ ຂໍທິດຊີ້ນໍາຈາກຄະນະພັກ-ຄະນະບັນຊາຂັ້ນເທິງຢ່າງເປັນປົກກະຕິ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ