ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ແລະ ວິທະຍາຄານພະລາທິການກອງທັບ ຈັດພິທີປູກຕົ້ນໄມ້ ຮ່ວມກັນ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2023-06-07 09:51:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ເພື່ອເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງສອງກົມກອງ ແລະ ເພື່ອຄືນຄວາມສວຍສົດງົດງາມ, ຄວາມອຸດົມສົມບູນຄືນສູ່ທໍາມະຊາດ; ໃນວັນທີ 01 ມິຖຸນາ 2023 ຜ່ານມານີ້, ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ກອງພົນທີ 1 ແລະ ວິທະຍາຄານພະລາທິການກອງທັບ ໄດ້ຈັດຂະບວນການປູກຕົ້ນໄມ້ຮ່ວມກັນຂຶ້ນ ຢູ່ທີ່ກອງພັນໃຫຍ່ 102, ໂດຍ ເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວົງຈັນ ຈັນພັນທະມານ ຫົວໜ້າການເມືອງກອງພົນທີ 1 ແລະ ສະຫາຍ ພົນຈັດຕະວາ ປອ ບົວເຮືອງ ສົມຟອງບຸດຕາຂັນ ຫົວໜ້າການທະຫານວິທະຍາຄານພະລາທິການກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 102, ກອງພັນ, ຕະຫຼອດຮອດພະນັກງານ-ນັກຮົບ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ: ປະເທດລາວເປັນປະເທດທີ່ອຸດົມສົມບູນ ແລະ ເຕັມໄປດ້ວຍຊັບໃນດິນ, ສິນໃນນໍ້າ ເວົ້າລວມ ເວົ້າສະເພາະແມ່ນຊັບພະຍາກອນປ່າໄມ້ ເຊິ່ງໄດ້ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນລາວມາຢ່າງຍາວນານ, ມີຄວາມສໍາຄັນຕໍ່ກັບການດຳລົງຊີວິດ ແລະ ການພັດທະນາເສດຖະກິດ - ສັງຄົມ, ແຕ່ມາຮອດປັດຈຸບັນຊັບພະຍາກອນປ່າໄມ້ໄດ້ຖືກທໍາລາຍ ແລະ ສູນເສຍເປັນຈໍານວນຫຼວງຫຼາຍເນື່ອງຈາກ ອຸດສະຫະກໍາ-ການຄ້າ, ການຕັດໄມ້ທໍາລາຍປ່າ, ຖາງປ່າເຮັດໄຮ່, ຈູດປ່າແບບຊະຊາຍໂດຍບໍ່ໄດ້ຮັບອະນຸຍາດຈາກຂັ້ນເທິງ ອັນໄດ້ເຮັດໃຫ້ສູນເສຍຊັບພະຍາກອນປ່າໄມ້ເປັນຈໍານວນຫຼວງຫຼາຍ ເຊິ່ງເຮັດໃຫ້ເສຍຄວາມສົມດູນຂອງລະບົບນິເວດ. ດັ່ງນັ້ນ, ກອງພົນທີ 1 ແລະ ວິທະຍາຄານພະລາທິການກອງທັບ ຈຶ່ງໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ຂຶ້ນ ຈຸດປະສົງແມ່ນເພື່ອຄືນຄວາມຂຽວງາມ, ຄວາມຮົ່ມເຢັນ ແລະ ຄວາມອຸດົມສົມບູນຄືນສູ້ທໍາມະຊາດ, ປູກທົດແທນຊັບພະຍາກອນປ່າໄມ້ທີ່ຖືກທໍາລາຍໃຫ້ກັບຄືນສູ້ສະພາບເດີມ, ທັງນີ້ ກໍ່ເພື່ອຕ້ານກັບພາວະໂລກຮ້ອນ, ອຸທົກກະໄພ ແລະ ໄພທໍາມະຊາດອື່ນໆ ທີ່ອາດຈະເກີດຂຶ້ນໃນອະນາຄົດ ດັ່ງຄໍາຂວັນທີ່ວ່າ: “ ປູກຕົ້ນໄມ້ໃນວັນນີ້ ເພື່ອຊີວິດໃນວັນໜ້າ ປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອພັດທະນາປະເທດຊາດ ”. ໃນນັ້ນ ເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ແມ່ນມອບໂດຍ ສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິສິດ ຫົວໜ້າຫ້ອງພະລາວິທະຍາຄານພະລາທິການກອງທັບ ມີທັງໝົດ 700 ເບ້ຍ ເຊິ່ງເປັນເບ້ຍໄມ້ອຸດສາຫະກໍາ, ສະຖານທີ່ໃນການປູກແມ່ນປູກອ້ອມເດີ່ນກິລາ ແລະ ບໍລິເວນໃນຂອບເຂດກອງພັນໃຫຍ່ 102. ພ້ອມກັນນັ້ນ, ພາຍຫຼັງປູກຕົ້ນໄມ້ສໍາເລັດແລ້ວ ສະຫາຍ ພົນຈັດຕະວາ ວົງຈັນ ຈັນພັນທະມານ ພ້ອມດ້ວຍຄະນະ ແລະ ສະຫາຍ ພົນຈັດຕະວາ ບົວເຮືອງ ສົມຟອງບຸດຕາຂັນ ພ້ອມດ້ວຍຄະນະ ໄດ້ເຂົ້າສຳຫຼວດສະຖານທີ່ ທີ່ຈະສ້າງອ່າງນ້ຳລິນ ແລະ ຢ້ຽມຊົມຂອບເຂດທຳການຜະລິດຂອງກອງພັນໃຫຍ່102 ເປັນຕົ້ນແມ່ນ: ສວນມັນຕົ້ນ, ສວນໝາກເດືອຍ, ສວນສາລີ ຂອງກົມກອງ; ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ວິທະຍາຄານພະລາທິການ ຍັງໄດ້ມອບເຄື່ອງບໍລິໂພກໃຫ້ກັບກອງພັນໃຫຍ່ 102 ອີກຈໍານວນໜຶ່ງ. ຂ່າວໂດຍ: ຊັນໂດ ລາດຊະພູມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ