ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບໝາຍໜ້າທີ່ລະຫວ່າງຮອງຫົວໜ້າເສນາທິການ ກອງພົນທີ 1 ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2023-06-07 09:44:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



ໃນວັນທີ 5 ມິຖຸນາ 2023 ນີ້, ຫ້ອງເສນາທິການ ກອງພົນທີ 1 ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພັນໂທ ບຸນແຖວ ແກ້ວດວງດີ ຮອງຫົວໜ້າຫ້ອງເສນາທິການ ຜູ້ເກົ່າ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ເປັນຫົວໜ້າການທະຫານ ກອງພັນໃຫຍ່ 101 ແລະ ສະຫາຍ ພັນໂທ ຄອນສະຫວັນ ແກ້ວຄໍາພອນ ອາດີດຫົວໜ້າ ພະແນກອົບຮົມ ຮອງຫົວໜ້າຫ້ອງເສນາທິການ ຜູ້ໃໝ່, ໂດຍເຂົ້າຮ່ວມເປັນປະທານພິທີຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພົນທີ 1, ມີພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ທົ່ວຫ້ອງເສນາທິການ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນແຖວ ແກ້ວດວງດີ ຮອງຫົວໜ້າຫ້ອງເສນາທິການ ຜູ້ເກົ່າ ໄດ້ລາຍງານຫຍໍ້ ຜ່ານການຈັດຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ເຊິ່ງໄດ້ມີຜົນງານຫຼາຍດ້ານທີ່ມີຜົນສໍາເລັດຢ່າງຈົບງາມ, ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໄດ້ຮັບການປັບປຸງແກ້ໄຂທັນເວລາ ຮັກສາໄດ້ຄວາມສະຫງົບປອດໄພໃນກົມກອງໂດຍພື້ນຖານ ຕະຫຼອດໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນໍາ-ນຳພາ ແລະ ລົງເລິກໃກ້ຊິດຕິດແທດ ແລະ ອຸ້ມຊູຊ່ວຍເຫຼືອ ຂອງຄະນະພັກກອງພົນທີ 1, ຄະນະນໍາຫ້ອງເສນາທິການ ແລະ ພະນັກງານ-ນັກຮົບ ໃນກົມກອງ ເຮັດໃຫ້ ຂ້າພະເຈົ້າມີກໍາລັງໃຈ ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນໜ້າທີ່ວຽກງານລວມດ້ວຍຄວາມຮັບຜິດຊອບສູງ, ພ້ອມກັນປັບປຸງກໍ່ສ້າງກົມກອງ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງດ້ວຍດີຕະຫຼອດມາ; ພ້ອມນີ້ ສະຫາຍ ກໍໄດ້ລາຍງານໜ້າວຽກໃນຄວາມຮັບຜິດຊອບຕົວຈິງຂອງຕົນ ແລ້ວກ່າວມອບໜ້າທີ່ໃຫ້ຮອງຫົວໜ້າຫ້ອງເສນາທິການຜູ້ໃໝ່ ເປັນຜູ້ຮັບຊ່ວງຕໍ່; ເພື່ອໃຫ້ການມອບ-ຮັບໜ້າທີ່ມີຄວາມໝາຍສໍາຄັນເລິກເຊິ່ງ ກໍໄດ້ຈັດພິທີເຊັນບົດບັນທຶກໄວ້ເປັນຫຼັກຖານ, ເຊິ່ງເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ພ້ອມດ້ວຍຄະນະນໍາແຕ່ລະຂັ້ນ. ຈາກນັ້ນ, ສະຫາຍ ຄອນສະຫວັນ ແກ້ວຄໍາພອນ ຮອງຫົວຫນ້າຫ້ອງເສນາທິການ ຜູ້ໃໝ່ ກໍໄດ້ກ່່າວສະແດງຄວາມຂອບໃຈຕໍ່ກັບການຈັດຕັ້ງຂັ້ນເທິງ ທີ່ໄດ້ມອບໝາຍໜ້າທີ່ອັນສໍາຄັນໃຫ້ກັບຕົນເອງ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະອອກແຮງຕັ້ງໜ້າສຸມທຸກເຫື່ອແຮງ, ຈິດໃຈ, ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ດີ, ຈະເສີມຂະຫຍາຍຄວາມສາມັກຄີ ກັບໝູ່ຄະນະຢ່າງກົມກຽວ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້. ໂອກາດສໍາຄັນນີ້, ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ໄດ້ກ່າວໂອ້ລົມຕໍ່ພິທີດ້ວຍຄວາມຈິງໃຈວ່າ: ການປັບປຸງບູລະນະການຈັດຕັ້ງ ມັນແມ່ນກົດເກນພາວະວິໄສ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງທຸກໜ້າທີ່ວຽກງານ, ເປັນທິດທາງໃນການປັບປຸງກໍ່ສ້າງກອງທັບ, ກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ພ້ອມນີ້ກໍ່ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ອອກແຮງຊີ້ນໍາວຽກງານເສນາທິການ ທີ່ຕົນຮັບຜິດຊອບ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຍົກສູງນໍ້າໃຈສາມັກຄີໃຫ້ແໜ້ນແຟ້ນ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງກົມກອງໃຫ້ກວ້າງຂວາງ, ພ້ອມກັນນໍາພາກົມກອງເຮັດສໍາເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ. ຂ່າວໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ