
ຄວາມຮູ້ກ່ຽວກັບສະພາບອັດຕາແລກປ່ຽນເງິນຕາໃນ ສປປ ລາວ
ເວລາອອກຂ່າວ: 2023-05-31 08:29:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:
ອັດຕາແລກປ່ຽນໝາຍເຖິງລາຄາເງິນໜຶ່ງເມື່ອທຽບໃສ່ສະກຸນເງິນອື່ນ ເຊິ່ງອັດຕາແລກ ປ່ຽນມີການເໜັງຕີງເປັນເລື່ອງ ປົກກະຕິໃນລະດັບຫຼາຍ ຫຼື ໜ້ອຍຂຶ້ນກັບຄວາມບໍ່ສົມດູນກັນລະຫວ່າງຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອນຳ ເຂົ້າສິນຄ້າ-ບໍລິການຈາກຕ່າງ
ປະເທດກັບຄວາມສາມາດສະ ໜອງເງິນຕາຕ່າງປະເທດຈາກ ການສົ່ງອອກສິນຄ້າໄປຕ່າງປະ ເທດ ແລະ ກະແສລົງທຶນໂດຍ ກົງຈາກຕ່າງປະເທດ ນອກຈາກ ນີ້, ຍັງມີປັດໄຈອື່ນໆເຊັ່ນ: ດຸນການຊຳລະກັບຕ່າງປະເທດ, ອັດຕາເງິນເຟີ້, ອັດຕາການຂະ ຫຍາຍຕົວຂອງເສດຖະກິດ, ຄວາມແຕກຕ່າງກັນຂອງອັດຕາດອກເບ້ຍລະຫວ່າງປະເທດ, ນະ ໂຍບາຍການເງິນ-ເງິນຕາ, ປັດໄຈທາງດ້ານການເມືອງ ແລະ ສະຖຽນລະພາບຂອງປະເທດ, ປັດໄຈເຕັກນິກຕະຫຼາດ ແລະ ການຄາດຕວງຄ່າເງິນຂອງກຸ່ມຄົນໃນແຕ່ລະໄລຍະເຮັດໃຫ້ມີການກັກຕຸນ ຫຼື ປ່ອຍເງິນຕາອອກມາເກີນຄວາມຈຳເປັນ.
ປັດຈຸບັນ ສປປ ລາວ ກຳລະຜະເຊີນກັບຄວາມຜັນຜວນຂອງຄ່າເງິນ ໂດຍສະເພາະແມ່ນການອ່ອນຄ່າຂອງເງິນກີບ ເຊິ່ງການອ່ອນນີ້ ມີທັງປັດໄຈນອກຕົວ ແລະ ໃນຕົວ. ປັດໄຈນອກຕົວ ແມ່ນສະພາບເສດຖະກິດສາກົນ ເປັນຕົ້ນ ການແຂງຄ່າຂອງເງິນໂດລາສະຫະລັດໃນຕະຫຼາດສາ ກົນ, ຈາກການດຳເນີນນະໂຍ ບາຍເງິນຕາແບບຮັດກຸມ ດ້ວຍການປັບຂຶ້ນອັດຕາດອກເບ້ຍນະ ໂຍບາຍເພື່ອຄວບຄຸມອັດຕາເງິນ ເຟີ້ ເຊິ່ງເຮັດໃຫ້ຄ່າເງິນຂອງປະ ເທດຕ່າງໆໃນທົ່ວໂລກຢູ່ໃນຈັງ ຫວະອ່ອນຄ່າ. ປັດໄຈພາຍໃນ ແມ່ນພື້ນຖານເສດຖະກິດການຜະລິດພາຍໃນບໍ່ທັນເຂັ້ມແຂງ, ມີການເພິ່ງພາການນຳເຂົ້າເປັນຫຼັກ, ຄວາມຕ້ອງການຊຳລະໜີ້ ສິນໃຫ້ຕ່າງປະເທດເຮັດໃຫ້ມີ ຄວາມຕ້ອງການຊື້ເງິນຕາຕ່າງ ປະເທດ ເຊິ່ງເກີດຈາການສັ່ງ ຊື້ສິນຄ້າ-ບໍລິການຈາກຕ່າງປະ ເທດຫຼາຍກວ່າຜູ້ຕ້ອງການຂາຍເງິນຕາທີ່ເປັນຜົນມາຈາກການຂາຍສິນຄ້າ ຫຼື ບໍລິການໄປຂາຍຢູ່ຕ່າງປະເທດ.
ໃນໄລຍະຜ່ານມາ ເຫັນວ່າ ການອ່ອນຄ່າຂອງເງິນກີບບໍ່ເປັນ
ໄປຕາມປັດໄຈພື້ນຖານເສດຖະ ກິດຍ້ອນປັດໄຈດ້ານເຕັກນິກຂອງຕະຫຼາດເພື່ອເກງກຳໄລ ແລະ ຂ່າວລືຕ່າງໆ ເຮັດໃຫ້ສັງຄົມມີການກັກຕຸນເງິນຕາຕ່າງປະເທດຫຼາຍເກີນກວ່າຄວາມຈຳເປັນ ສົ່ງຜົນໃຫ້ເງິນກີບອ່ອນຄ່າຫຼາຍ ແລະ ໄວກວ່າທີ່ຈະເປັນ ເຊິ່ງການອ່ອນຄ່າຫຼາຍ ແລະ ໄວຄືດັ່ງກ່າວນັ້ນໄດ້ກະທົບຕໍ່ເສດຖະກິດ ກໍຄືຊີວິດການເປັນຢູ່ຂອງປະຊາຊົນໂດຍກົງເປັນຕົ້ນລາຄາສິນຄ້າ-ບໍລິການທີ່ໃຊ້ໃນການດຳລົງຊີວິດປະຈຳວັນເພີ່ມຂຶ້ນ, ກະທົບຕົ້ນທຶນຂອງຜູ້ມີໜີ້ສິນທີ່ເປັນເງິນຕາຕ່າງປະເທດເພີ່ມຂຶ້ນ ແລະ ສິ່ງສຳຄັນແມ່ນກະທົບຕໍ່ຄວາມເຊື່ອໝັ້ນຂອງຄ່າເງິນກີບ.
ເພື່ອຮັກສາສະຖຽນລະພາບຂອງຄ່າເງິນກີບທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນນະໂຍບາຍເງິນຕາດ້ວຍການຄວບຄຸມປະ ລິມານເງິນທີ່ຈໍລະຈອນຢູ່ໃນລະບົບເສດຖະກິດໃນລະດັບທີ່ ສົ່ງເສີມການຂະຫຍາຍຕົວຂອງ ເສດຖະກິດບໍ່ເປັນການກະຕຸ້ນ ຄວາມຕ້ອງການເງິນຕາຕ່າງປະ ເທດ, ການສະໜອງເງິນຕາໃຫ້ແກ່ສິນຄ້າບູລິມະສິດ, ການອອກພັນທະບັດໃນແຕ່ລະໄລຍະ ເພື່ອເພີ່ມທາງເລືອກຂອງການລົງທຶນໃສ່ຊັບສິນທີ່ເປັນເງິນກີບ ແລະ ເຂັ້ມງວດຮ້ານແລກປ່ຽນເງິນຕາ.
ເຖິງແມ່ນວ່າທະນາຄານແຫ່ງ ສປປ ລາວ ຈະຈັດຕັ້ງປະຕິບັດບັນດາມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວເປັນອັນເຄັ່ງຮ້ອນ ແຕ່ຄ່າຂອງເງິນກີບລ້ວນຂຶ້ນກັບຫຼາຍປັດໄຈ ນອກຈາກປັດໄຈພາຍນອກຂອງສາກົນແລ້ວ ຄວາມເຂົ້າໃຈ, ຄວາມສຳນຶກ ແລະ ຄວາມເຊື່ອໝັ້ນຕໍ່ຄ່າເງິນ
ກີບຂອງຄົນພາຍໃນຊາດມີຄວາມສຳຄັນເປັນອັນດັບຕົ້ນ ສະນັ້ນ, ທະນາຄານ ແຫ່ງ ສປປ ລາວ ຈຶ່ງເຊີນຊວນໃຫ້ທຸກພາກສ່ວນ ຮ່ວມແຮງຮ່ວມໃຈກັນປຸກລະດົມ ນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຊຳລະທີ່ຈຳເປັນ ແລະ ຢ່າງປະຢັດທີ່ສຸດ ພ້ອມກັນນັ້ນ ກໍມີສະຕິໃນການຮັບຟັງຂໍ້ມູນຂ່າວສານ ແລະ ເຜີຍແຜ່ຂໍ້ມູນທີ່ຕິດພັນກັບອັດຕາແລກປ່ຽນ ແລະ ນະໂຍບາຍອື່ນໆ ຈາກສື່ທີ່ເປັນທາງການ ແລະ ສື່ທີ່ມີຄວາມໜ້າເຊື່ອຖືສູງ ເພື່ອບໍ່ສ້າງຄວາມແຕກຕື່ນຕໍ່ຕົນເອງ ແລະ ສັງຄົມ ທີ່ຈະພາໃຫ້ເກີດມີການກັກຕຸນເງິນຕາ, ເປັນຫູເປັນຕາໃຫ້ເຈົ້າໜ້າທີ່ເວລາພົບເຫັນບຸກ ຄົນ ຫຼື ສັງຄົມອອນລາຍທີ່ມີພຶດ ຕິກຳສົງໄສວ່າປັ່ນປ່ວນອັດຕາແລກປ່ຽນ. ນອກຈາກນີ້, ຍັງ ສາມາດຕິດຕໍ່ຂໍ້ມູນຂ່າວສານ ແລະ ນະໂຍບາຍອື່ນໆຂອງທະ ນາຄານ ແຫ່ງ ສປປ ລາວ ໄດ້ທີ່ເວັບໄຊ: www.bol.gov.la ຫຼື ເຟສບຸກ: ທະນາຄານ ແຫ່ງ ສປປ ລາວ Bank of Lao PDR ເພື່ອອັບເດດຂໍ້ມູນ ແລະ ເຫດການສຳ ຄັນໄດ້ທັນເວລາ.
ໂດຍ: ບຸນທະວີ ອິນທະມິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ