
ໝາກຜົນການນຳພາຂອງຄະນະພັກ ກອງພັນໃຫຍ່ 702
ເວລາອອກຂ່າວ: 2023-05-30 09:04:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:
ກອງພັນໃຫຍ່ 702 ແມ່ນຄະນະພັກໜຶ່ງທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານອາກາດ, ມີພາລະບົດບາດສຳຄັນໃນການເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ເປັນຄະນະພັກ ຊີ້ນຳຮາກຖານພັກ, ໜ່ວຍພັກ, ພະນັກງານສະມາຊິກພັກ-ນັກຮົບ ໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດໃນການນຳພາຂອງກົມກອງ ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ຕິດພັນກັບໜ້າທີ່ວີຊາສະເພາະໃນການເປັນເສນາທິການໃຫ້ອົງຄະນະພັກກອງບັນຊາການທະຫານອາກາດ ກໍຄື ກະຊວງປ້ອງກັນປະເທດ ດ້ານວຽກງານຮັບປະກັນປ້ອງກັນເຂດນ່ານຟ້າ, ຈຸບິນຂັບໄລ່ ແລະ ກໍ່ສ້າງບຸກຄະລະກອນນັກບິນ.
ສະຫາຍ ພັນເອກ ສີວິໄລພົງ ເພົ້າວິໄລ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 702 ໃຫ້ຮູ້ວ່າ: ໃນນີ້, ເວົ້າສະເພາະຂົງເຂດວຽກງານການນຳພາໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ເວລາໃດກໍຍົກສູງວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນໃຈກາງໃນການປັບປຸງກໍ່ສ້າງຮາກຖານພັກໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ເຊິ່ງໄດ້ນຳເອົາແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ມາຈັດຕັ້ງເຜີຍແຜ່ໃຫ້ບັນດາຄະນະພັກຮາກຖານ, ໜ່ວຍພັກຂັ້ນຕ່າງໆທີ່ຂຶ້ນ
ກັບຄະນະພັກ ກອງພັນໃຫຍ່ 702 ເປັນການສຶກສາອົບຮົມພະນັກງານສະມາຊິກພັກ-ນັກຮົບ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນຕໍ່ແນວທາງ, ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນຊົນຊັ້ນປະຕິວັດ, ເປັນເຈົ້າຕົນເອງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຕິລະວັງຕົວ, ຮູ້ຈຳແນກມິດ-ສັດຕູໄດ້ຢ່າງຈະແຈ້ງ, ມີນ້ຳໃຈເສຍສະຫຼະອັນສູງສົ່ງເພື່ອຜົນປະໂຫຍດລວມຂອງຊາດຕໍ່ປະຊາຊົນ ແລະ ກົມກອງ, ເປັນເຈົ້າການປົກປັກຮັກສາລະບອບໃໝ່ໄວ້ໃຫ້ໝັ້ນຄົງ, ປັດຈຸບັນ ກອງ
ພັນໃຫຍ່ 702 ມີທັງໝົດ 22 ໜ່ວຍພັກ, ໜ່ວຍພັກແຂງ 18 ໜ່ວຍກວມ 81,82 %, ໜ່ວຍພັກກາງ 4 ໜ່ວຍ ກວມ 18,18 %, ມີສະມາຊິກພັກທັງໝົດ 410 ສະຫາຍ, ຍິງ 55 ສະຫາຍ, ມີສະມາຊິກພັກແຂງ 398 ສະຫາຍ, ຍິງ 54 ສະຫາຍ ກວມ 97,07%, ສະມາຊິກກາງ 11 ສະຫາຍ, ຍິງ 1 ສະຫາຍ ກວມ 2,68%, ແລະ ໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈາກຄະນະປະຈຳພັກກະຊວງປ້ອງກັນປະເທດ 18 ໜ່ວຍພັກ. ໃນນີ້, ໜ່ວຍພັກທີ່ຖືກຮັບຮອງ 4 ຄັ້ງຕິດຕໍ່ກັນມີ 13 ໜ່ວຍພັກ, 3 ຄັ້ງຕິດຕໍ່ກັນ 1 ໜ່ວຍພັກ,ຮັບຮອງໃໝ່ 4 ໜ່ວຍພັກ.
ສະຫາຍ ພັນເອກ ສີວິໄລພົງ ເພົ້າວິໄລ ຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນ ຈະໄດ້ສຸມໃສ່ການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຍູ້ແຮງການສ້າງກອງ 3 ປອດ(ປອດໃສ ປອດໄພ ປອດຄະດີ), ກອງວັດທະນະທຳ-ນັກຮົບວັດທະນາະທຳ ເອົາໃຈໃສ່ເຊື່ອມຊຶມ, ກຳແໜ້ນຄຳສັ່ງແນະນຳຂອງພັກ ບົນພື້ນຖານຍຶດໝັ້ນຫຼັກການລວມສູນປະຊາທິປະໄຕສຽງສ່ວນໜ້ອຍປະຕິບັດຕາມສຽງສ່ວນຫຼາຍ ບຸກຄົນຂຶ້ນນຳການຈັດຕັ້ງ ຕາມ 5 ເນື້ອໃນມາດຖານໃນການປັບປຸງກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ ໂດຍຖືເອົາວຽກງານສືກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ກຳແໜ້ນແນວຄິດພະນັກງານສະມາຊິກພັກ-ນັກຮົບ ຕີຖອຍປະກົດການຫຍໍ້ທໍ້ໃນກົມກອງໃຫ້ຂາດຕົວ, ຕ້ານແລະສະກັດກັ້ນແນວຄິດເອກະຊົນ, ເຫັນແກ່ຕົວ, ພັກພວກຈຸ້ມເຈື້ອ, ຄອງເດີມອາດຍາສິດ ເພື່ອແນໃສ່ປັບປຸງການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງທັງ 4 ດ້ານຄື: ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ ແລະ ວິທີເຮັດວຽກ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ