
4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການ ທະຫານແຂວງສາລະວັນ ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ I
ເວລາອອກຂ່າວ: 2023-05-30 08:56:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 569 | ຄວາມນິຍົມ:
ໃນວັນທີ 25 ພຶດສະພາ 2023 ນີ້, 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການ ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ຄັ້ງທີ I ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກຮາກຖານຫ້ອງ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມນຶກ ແກ້ວປັນຍາ ຄະນະພັກຮາກຖານຫ້ອງ ເລຂາໜ່ວຍພັກບໍລິຫານ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງ ໄດ້ຕາງໜ້າ 4 ໜ່ວຍພັກ ຜ່ານບົດສະຫຼຸບຕີລາຄາປະເມີນຜົນການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ I ປະຈຳປີ 2022, ຕະຫຼອດໄລຍະ 1 ປີ ຜ່ານມາ ຄະນະພັກຮາກຖານຫ້ອງການ ກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວເຂົ້າສູ່ວຽກງານຕົວຈິງ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ບົນພື້ນຖານປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ, ສຸມໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງໃນທຸກດ້ານ, ຍາມໃດກໍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳ
ພາແນວຄິດເປັນກົກ ເຮັດໃຫ້ພະນັກງານສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງພັກແຕ່ລະຂັ້ນ, ຖືເອົາພັກເປັນແກນນຳໃນທຸກຂົງເຂດວຽກງານ, ຂັ້ນໝູ່ມີສະມາຊິກພັກ, ຂັ້ນໝວດມີຈຸພັກ, ຂັ້ນກອງຮ້ອຍມີໜ່ວຍພັກ, ຂັ້ນກອງພັນມີຄະນະພັກຖານພັກ ເຊິ່ງໄດ້ປະຕິບັດຢ່າງຖືກຕ້ອງຕາມຫຼັກການຂອງພັກ, ແທດເຖິງມະຫາຊົນຕົວຈິງ. ປັດຈຸບັນຄະນະພັກຮາກຖານຫ້ອງການ ກອງບັນຊາການທະຫານແຂວງ ມີ 4 ໜ່ວຍພັກຂຶ້ນກັບຮາກຖານພັກ, ມີສະມາຊິກພັກທັງໝົດ 51 ສະຫາຍ, ຍິງ 17 ສະຫາຍ, ສາມາດຕີລາຄາຄຸນນະພາບການຈັດຕັ້ງພັກ ແລະ ສະມາຊິກພັກ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 4 ໜ່ວຍພັກ, ປະເພດສະມາຊິກພັກແຂງກວມເອົາເກືອບ 100%. ຈາກນັ້ນ, ສະຫາຍ ຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະຈັດຕັ້ງແຂວງສາລະວັນ ວ່າດ້ວຍການຮັບຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການ ກອງບັນຊາການ ຈຳນວນ 4 ໜ່ວຍພັກ. ໃນນັ້ນ, ມີໜ່ວຍພັກພະແນກສັງລວມ, ໜ່ວຍພັກພະແນກການເງິນ, ໜ່ວຍພັກບໍລິຫານ, ໜ່ວຍພັກຮ້ານອາຫານ 9-70 ແລະ ໄດ້ມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກດັ່ງກ່າວຢ່າງສົມກຽດ.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ