ກອງພັນໃຫຍ່ 497 ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ທະຫານໃໝ່ ຊຸດທີ VIII ປະຈຳປີ 2023
ເວລາອອກຂ່າວ: 2023-05-30 08:49:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:
ວັນທີ 19 ພຶດສະພາ 2023 ນີ້, ກອງພັນໃຫຍ່ 497 ໄດ້ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ທະຫານໃໝ່ ຊຸດທີ VIII ປະຈຳປີ 2023, ຢູ່ທີ່ສະໜາມຍິງປືນຂອງກົມກອງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ບຸນຈອນ ອ່ອນພະຈັນ ຄະນະພັກກອງພັນໃຫຍ່ ຮອງຫົວໜ້າພະແນກເສນາທິການ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ພະນັກງານທະຫານໃໝ່ 117 ສະ ຫາຍ.
ສະຫາຍ ພັນຕີ ແຕ໋ງ ວົງພະຈັນ ຄູປະຈຳວິຊາ ໄດ້ຜ່ານແຜນການຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ທະຫານໃໝ່ ປະຈຳປີ 2023 ໃຫ້ຮູ້ວ່າ: ເພື່ອເປັນການກວດກາຕີລາຄາຄືນຜົນໄດ້ຮັບໃນການສິດສອນຂອງຄູ-ອາຈານ ແລະ ກວດກາລະດັບຄວາມຮູ້-ຄວາມສາມາດຂອງທະຫານໃໝ່, ຜ່ານການເຝິກແອບຮໍ່າຮຽນທັງພາກ ທິດສະດີ ແລະ ພາກປະຕິບັດຕົວຈິງ ສາມາດຕີລາຄາຜົນໄດ້ຮັບດັ່ງນີ້: ຂັ້ນເກັ່ງ 30 ສະຫາຍ, ຂັ້ນດີ 70 ສະຫາຍ ແລະ ຄາດ ໝາຍ 17 ສະຫາຍ, ການຈັດ ຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນຄວາມປອດໄພ 100%. ໃນນັ້ນ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນ
ການນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດຂອງຜູ້ບັນຊາ ແລະ ຄູ-ອາ ຈານ ທີ່ໄດ້ເປັນເຈົ້າການຖ່າຍທອດສົ່ງຄວາມຮູ້ໃຫ້ແກ່ທະຫານໃໝ່ ກໍຄືທະຫານໃໝ່ແຕ່ລະສະ
ຫາຍທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄົ້ນຄວ້າຮໍ່າຮຽນ, ສາມາດເຂົ້າໃຈກຳແໜ້ນເນື້ອໃນບົດຮຽນໄດ້ດີ ແລະ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືລະບຽບໃນພາກສະໜາມຢ່າງເຂັ້ມງວດ, ຈຶ່ງເຮັດໃຫ້ການຍິງ ເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
ໂດຍ: ເປີ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ