
ປະກາດການຮັບຮອງເອົາ 2 ບ້ານຂອງເມືອງຫີນບູນ ແຂວງຄຳມ່ວນ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2023-05-26 09:08:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 3653 | ຄວາມນິຍົມ:
ພິທີປະກາດບ້ານຄຳແກ້ວ ແລະ ບ້ານພົງ ເປັນບ້ານປ້ອງກັນ ຊາດເຂັ້ມແຂງ ເປັນບ້ານທີ 2, ບ້ານທີ 3 ຂອງເມືອງຫີນບູນ ແລະ ເປັນບ້ານທີ 48, ບ້ານທີ 49 ຂອງ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ 2023 ນີ້, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳສິງ ອໍລະວັນ ກຳມະການພັກ ແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຫີນບູນ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບເມືອງ, ມີ ສະຫາຍ ພັນເອກ ບຸນເລີດ ບຸບຜາ ວັນ ຮອງເລຂາຄະນະພັກ, ຫົວ ໜ້າການທະຫານກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ, ປກສ ເມືອງ, ພະແນກກໍ່ສ້າງຮາກຖານທະຫານແຂວງ, ແຂກຖືກເຊີນ, ຄະນະຮັບຜິດຊອບ, ອຳນາດການປົກຄອງບ້ານ 2 ບ້ານ, ແນວໂຮມ ແລະ ປະຊາຊົນເຂົ້າຮ່ວມ.
ທ່ານ ກອບແກ້ວ ດວງພະຈັນ ເລຂາພັກບ້ານ ນາຍບ້ານ ບ້ານຄຳແກ້ວ ໄດ້ຕາງໜ້າທັງ 2 ບ້ານຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດກວດກາປະເມີນຜົນໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃນໄລຍະຜ່ານມາອຳນາດການປົກຄອງທັງ 2 ບ້ານໄດ້ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມ ແຂງ ມີຜົນສຳເລັດຕາມແຜນ ການທີ່ວາງໄວ້ ອຳນາດການປົກ ຄອງບ້ານໄດ້ປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງຖືເອົາ ວຽກງານການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນ ກົກນຳເອົາມະຕິ ຄຳສັ່ງຕ່າງໆ ຂອງພັກ-ກົດໝາຍຂອງລັດ, ເອກະສານກ່ຽວກັບວຽກ ງານປ້ອງຊາດ-ປ້ອງກັນຄວາມສະຫງົບມາຈັດຕັ້ງເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງນະໂຍ ບາຍຂອງພັກ, ມີຄວາມສະດຸ້ງໄວຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ເປັນເຈົ້າການຕິດຕາມສະພາບກຸ່ມຄົນບໍ່ຫັວງດີພາຍໃນບ້ານ ແລະ ຂອບເຂດຂອງຕົນຮັບຜິດຊອບ ສາມາດແກ້ໄຂສະພາບໄດ້ທັນເວລາ, ບ້ານຄຳແກ້ວ ແລະ ບ້ານພົງ ມີພົນລະເມືອງທັງໝົດ 3.526 ຄົນ, ຍິງ 1.794 ຄົນ, ມີ 703 ຫຼັງ ຄາເຮືອນ, ມີ 752 ຄອບຄົວ, ອາ ຊີບຕົ້ນຕໍແມ່ນປູກຝັງ-ລ້ຽງສັດ ແລະ ຄ້າຂາຍ ເຊິງເປັນທ່າແຮງໃນການພັດທະນາ-ເສດຖະກິດ ວັດທະນະທຳ-ສັງຄົມ, ຮັບປະກັນໃນການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ, ຜ່ານການເກັບກຳຂໍ້ ມູນ ແລະ ປະເມີນຜົນເຫັນວ່າທັງ 2 ບ້ານ ສາມາດປະຕິບັດໄດ້ຕາມ 6 ມາດຖານເງຶ່ອນໄຂທີ່ຂັ້ນເທິງ ວາງອອກ. ຈາກຜົນສຳເລັດດັ່ງ ກ່າວສາມາດຮັບຮອງເອົາບ້ານຄຳແກ້ວ ແລະ ບ້ານພົງ ເປັນຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງ. ຈາກນັ້ນ, ສະຫາຍ ພັນໂທ ຫັດສະດີ ຈະເລີນສຸກ ຫົວ ໜ້າພະແນກກໍ່ສ້າງຮາກຖານ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ແຂວງຄຳມ່ວນ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ, ກອງ ບັນຊາການທະຫານເມືອງ ວ່າດ້ວຍການມອບໃບຢັ້ງຢືນ ແລະ ຮັບຮອງເອົາ 2 ບ້ານທີ່ຂຶ້ນກັບເມືອງຫີນບູນ ເປັນບ້ານປ້ອງກັນ ຊາດເຂັ້ມແຂງ. ເຊິ່ງບ້ານຄຳ ແກ້ວ ໄດ້ຖືກຮັບຮອງຄອບຄົວປ້ອງກັນຊາດໄດ້ 92 % ແລະ ບ້ານພົງ ໄດ້ 77 %. ພ້ອມດຽວກັນນັ້ນ, ຄະນະປະທານຍັງໄດ້ຂຶ້ນ ມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ແລະ ຜ່ານເນື້ອໃນຂໍ້ແຂ່ງຂັນໃນ ການສ້າງຄອບ ຄົວ, ບ້ານ ປກຊ ເຂັ້ມແຂງ ໃນຕໍ່ໜ້າຕື່ມອີກ.
ໂດຍ: ວິໄລວອນ ພົມມະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ