ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຕ້ອນຮັບຜູ້ບັນຊາການເຫຼົ່າທັບບົກ ພາກໃຕ້ ສປ ຈີນ ເຂົ້າຢ້ຽມຂໍານັບ
ເວລາອອກຂ່າວ: 2023-05-24 18:25:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 593 | ຄວາມນິຍົມ:



ວັນທີ 24 ພຶດສະພາ 2023ນີ້, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍານັບຂອງ ສະຫາຍ ພົນໂທ ຫູຈົງສຽງ ຜູ້ບັນຊາການເຫຼົ່າທັບບົກ, ຮອງຜູ້ບັນຊາການເຂດສູ້ຮົບພາກໃຕ້ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຕິດຕາມການຊ້ອມຮົບລາວ-ຈີນ “ໂລ້ກໍາບັງມິດຕະພາບ 2023”. ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນໂທ ຫູຈົງສຽງ ພ້ອມຄະນະ ເຊິ່ງເປັນການປະກອບສ່ວນອັນສໍາຄັນນຳເອົາຜົນປະໂຫຍດໃຫ້ແກ່ວຽກງານການຮ່ວມມືຊ່ວຍເຊິ່ງກັນ ແລະ ກັນຂອງ ສອງກອງທັບ ລາວ-ຈີນ, ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງຊາດ, ສອງກອງທັບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການຕິດຕາມການຊ້ອມຮົບລາວ-ຈີນ “ໂລ້ກໍາບັງມິດຕະພາບ 2023” ຂອງສອງກອງທັບ ລາວ-ຈີນ, ຈີນ-ລາວ ເຊິ່ງແມ່ນອີກບາດກ້າວໜຶ່ງໃນການປະສານງານການຮ່ວມມື ທີ່ສອງພັກ-ສອງລັດ ກໍຄື 2 ກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ. ໂອກາດດຽວກັນ, ສະຫາຍພົນໂທ ຫູຈົງສຽງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືສອງກອງທັບ ຈີນ-ລາວ, ລາວ-ຈີນ ໃຫ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮັບຊາບ, ໂດຍສອງຝ່າຍຈະພະຍາຍາມສຸດຄວາມສາມາດເພື່ອພ້ອມກັນປົກປັກຮັກສາເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ 2 ຊາດ, 2 ກອງທັບ ຈີນ-ລາວ, ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ສາກົນ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ