ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງກຳລັງ ປກຊ-ປກສ ແຂວງສະຫວັນນະເຂດ
ເວລາອອກຂ່າວ: 2023-05-16 11:53:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 603 | ຄວາມນິຍົມ:



ວັນທີ 15 ພຶດສະພາ 2023 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງກຳລັງ ປກຊ-ປກສ ແຂວງສະຫວັນນະເຂດ, ໂດຍມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເຈົ້າແຂວງ ແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ ກອງພົນທີ 4, ກອງພັນໃຫຍ່ 644, ໂຮງໝໍ ບໍລິເວນ 109, ໂຮງງານປະສານເຫຼົ່າພາກກາງ, ສາງນໍ້າມັນເລກ 9 ກອງທັບ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ. ກ່ອນການໂອ້ລົມ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ລາຍງາຍໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານຂອງກຳລັງ ປກຊ-ປກສ ແຂວງສະຫວັນນະເຂດໃນໄລຍະຜ່ານມາ, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ເປັນເຈົ້າການສົມທົບແໜ້ນກັບກຳລັງ ປກສ ແຂວງ ແລະ ກຳລັງຫຼວງທີ່ຕັ້ງທັບຢູ່ພື້ນທີ່ແຂວງສະຫວັນນະເຂດ ຮັບປະກັນເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການສ້າງສາພັດທະນາ ແລະ ການດຳລົງຊີວິດຂອງຊາວແຂວງສະຫວັນນະເຂດ ໃຫ້ມີຄວາມປອດໄພ ແລະ ມີຄວາມສະຫງົບສຸກ, ໂດຍໄດ້ຫັນກຳລັງລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຕິດພັນກັບ 4 ເນື້ອໃນ 4 ຄາດໝາຍ, ຊ່ວຍອໍານາດການປົກຄອງທ້ອງຖິ່ນ ເຮັດວຽກງານ ປກຊ-ປກສ ຕິດພັນກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ, ມາຮອດປັດຈຸບັນໄດ້ປະກາດຮັບຮອງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ທັງໝົດ 926 ບ້ານ, ມີ 157.103 ຄອບຄົວ, ກຳລັງ ປກສ ກໍໄດ້ເອົາໃຈໃສ່ໃນການສ້າງບ້ານປ້ອງກັນຄວາມສະຫງົບດີ ມາຮອດປັດຈຸບັນໄດ້ຈຳນວນ 78 ບ້ານ, ມີ 49.064 ຄອບຄົວ, ໄປພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງມີຄວາມຫນັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງ, ດ້ານວຽກງານຮັບປະກັນພະລາທິການ-ເຕັກນິກ, ການປັບປຸງພື້ນຖານໂຄງລ່າງ ຂອງກົມກອງ, ວຽກງານພົວພັນຮ່ວມມືກັບຕ່າງປະເທດ ແລະ ວຽກງານອື່ນໆທີ່ປິ່ນອ້ອມໜ້າທີ່ການເມືອງຂອງກຳລັງ ປກຊ-ປກສ ກໍໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ. ຈາກນັ້ນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ໃຫ້ກຽດໂອ້ລົມ, ສະຫາຍໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືຢູ່ລາວເຮົາໃນປັດຈຸບັນ, ພ້ອມທັງໄດ້ຮ້ຽກຮ້ອງໃຫ້ ກຳລັງ ປກຊ-ປກສ ແຂວງສະຫວັນນະເຂດ ຍົກສູງຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາປະຕິບັດໜ້າທີ່ການເມືອງກອງຕົນ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ-ນັກຮົບດ້ວຍຫຼາຍຮູບການ ແລະ ແທດເຖິງແຕ່ລະເປົ້າໝາຍ ແນໃສ່ເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ໃຫ້ສົມກັບເປັນກຳລັງຫຼັກແຫຼ່ງໃນວຽກງານ ປກຊ-ປກສ ແຂວງ, ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບໃນທຸກຂົງເຂດວຽກງານ, ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ, ນອກຈາກນີ້ກໍຕ້ອງເອົາໃຈໃສ່ເຮັດວຽກງານອົບຮົມ-ຫັດແອບ ໃຫ້ມີຄວາມຊໍານານ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງດ້ວຍໝາກຜົນສູງ, ພ້ອມທັງສຸມໃສ່ສ້າງພະລາທິການກັບທີ່ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ມີການຮັບປະກັນດີ, ປະຕິບັດທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ໄດ້ໂດຍພື້ນຖານ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງ, ໂດຍສຸມໃສ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງ, ການກໍ່ສ້າງພະນັກງານຕ້ອງຮັບປະກັນ 3 ຮຸ່ນສືບທອດປ່ຽນແທນ, ພ້ອມກັນນັ້ນ, ກໍຕ້ອງເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນເຮັດໃຫ້ແຂວງມີຄວາມສະຫງົບໜັກແໜ້ນ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ຫັນເອົາແນວທາງວຽກງານ ປກຊ-ປກສ ລົງຢູ່ຮາກຖານປະຊາຊົນ, ນໍາພາປະຊາຊົນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ທ້ອງຖິ່ນຮາກຖານມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍດີ ແລະ ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ