ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະມາຄົມທີ່ປຶກສາທູດປ້ອງກັນຊາດ ປະຈຳ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງພົນທີ 5
ເວລາອອກຂ່າວ: 2023-03-31 11:39:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 624 | ຄວາມນິຍົມ:



ໃນວັນທີ 29 ມີນາ 2023 ນີ້, ນໍາໂດຍ ສະຫາຍ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແລະ ພັນເອກ ເອັດເວີດ ທຣີນາຕາ ຫົວໜ້າສະມາຄົມທີ່ປຶກສາທູດປ້ອງກັນຊາດ ປະຈຳ ສປປ ລາວ ແລະ ວ່າການ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກອງພົນທີ 5 ໃຫ້ການຕ້ອນຮັບໂດຍ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 5 ພ້ອມດ້ວຍຄະນະ. ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 5, ໄດ້ລາຍງານສະພາບທີ່ຕັ້ງ ແລະ ພາລະບົດບາດໜ້າທີ່ຂອງກອງພົນທີ 5 ໃຫ້ຊາບວ່າ: ໜ້າທີ່ກົມກອງເປັນກຳລັງຫຼວງເຄື່ອນທີ່ສູ້ຮົບຊ່ວຍໜູນ ໃຫ້ກໍາລັງທ້ອງຖິ່ນໃນຂອບເຂດ 4 ແຂວງພາກໃຕ້ ເປັນກຳລັງຫຼັກແຫຼ່ງໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃຕ້ ການນຳພາ-ບັນຊາໂດຍກົງຮອບດ້ານຈາກກະຊວງປ້ອງກັນປະເທດ, ພາຍຫຼັງກອງພົນໄດ້ຮັບສ້າງຕັ້ງຂຶ້ນໄດ້ສືບຕໍ່ປະສານສົມທົບກັບກຳລັງປະກອບອາວຸດທ້ອງຖິ່ນ 4 ແຂວງພາກໃຕ້ ຂອງລາວ ເຄື່ອນໄຫວສູ້ຮົບ ເຮັດໃຫ້ສະພາບມີຄວາມສະຫງົບ ກອບກູ້ຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ, ທັງປັບປຸງກໍ່ສ້າງກຳລັງໃຫ້ເຕີມໃຫຍ່ເຂັ້ມແຂງທຸກດ້ານ, ປົກປັກຮັກສາໝາກຜົນຂອງການປະຕິວັດສູ້ຮົບທັງນ້ອຍ ແລະ ໃຫຍ່ ຈາກ ຜົນງານ ແລະ ໄຊຊະນະ ໃນແຕ່ລະໄລຍະ ຈິ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ, ລັດຖະບານ ໂດຍສະເພາະກະຊວງປ້ອງກັນປະເທດເລື້ອຍໆມາ. ໂອກາດນີ້ ສະຫາຍຕາງໜ້າຄະນະພັກ-ຄະນະບັນຊາການກອງພົນ 5 ສະແດງຄວາມຮູ້ບຸນຄຸນມາຍັງ ສະຫາຍ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ກົມພົວພັນຕ່າງປະເທດ ທີ່ໄດ້ນໍາພາຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງພົນທີ 5 ໃນຄັ້ງນີ້ ແລະ ມອບຄວາມວາງໃຈມອບໝາຍໃຫ້ກອງພົນ ເປັນຕົວແທນບັນດາກົມກອງ ໃນທົ່ວກອງທັບ ຕ້ອນຮັບຄະນະຜູ້ແທນທູດປ້ອງກັນຊາດ ປະຈໍາ ສປປ ລາວ ແລະ ວ່າການ ສປປລາວ ທີມາທັດສະນະຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ພ້ອມກັນນີ້, ຍັງອວຍພອນໃຫ້ຄະນະ ຈົ່ງມີສຸຂະພາບແຂງແຮງ ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າ, ເນື່ອງໃນໂອກາດບຸນປີໃໝ່ ປະເພນີລາວ ຄ.ສ 2023-ພ.ສ 2566 ທີ່ຈະມາເຖິງນີ້, ຈາກນັ້ນຄະນະສະມາຄົມທີ່ປຶກສາທູດປ້ອງກັນຊາດ ປະຈຳ ສປປ ລາວ ແລະ ວ່າການ ສປປ ລາວ ໄດ້ເດີນທາງໄປຢ້ຽມຊົມ ກອງຕົວແບບ ທີ່ເປັນສູນເຝິກທະຫານກອງພົນທີ 5 ພ້ອມທັງຮັບຊົມການສະແດງຈາກນັກຮຽນ, ຫຼັງຈາກນັ້ນ, ຄະນະໄດ້ເດີນທາງໄປທັດສະນະທ່ຽວຊົມສວນກາເຟ ປາກຊ່ອງໄຮແລນ ແລະ ສວນຜັກອາໂກຟຮາມຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ