ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ພະລາທິການ ປາຖະກະຖາວັນສໍາຄັນ ຂອງພັກ ຂອງຊາດ
ເວລາອອກຂ່າວ: 2023-03-31 09:48:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6016 | ຄວາມນິຍົມ:



ໃນວັນທີ 30 ມີນາ 2023 ນີ້, ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68, (22 ມີນາ 1955-22 ມີນາ 2023), ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ, (21 ມີນາ 1946), ວັນສ້າງຕັ້ງພັກກອມມູນິດອິນດູຈີນ ຄົບຮອບ 93 ປີ, (3 ກຸມພາ 1930), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງ, ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນ ກົມໃຫຍ່ພະລາທິການກອງທັບ ເຂົ້າຮ່ວມ. ຕະຫຼອດໄລຍະ 68 ປີ ແຫ່ງການກໍາເນີດເຕີບໃຫຍ່ ແລະ ຜົນສໍາເລັດແຫ່ງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ, ພາຍໃຕ້ການນໍາຢ່າງສະຫຼາດສ່ອງໃສຂອງພັັກປະຊາຊົນປະຕິວັດລາວ, ກອງທັບ ແລະ ປະຊາຊົນ ສາມາດຕີເອົາຊະນະການບຸກໂຈມຕີບຽດຢືດຂອງພວກສັດຕູທັງໝົດ, ພັກປະຊາຊົນປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ, ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາລະກິດຂອງພັກກອມມູນິດອິນດູຈີນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງນຳພາກໍ່ຕັ້ງ, ທະນຸບຳລຸງ, ເຝິກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ປະກອບດ້ວຍບຸກຄົນທີ່ຕື່ນຕົວ, ຫ້າວຫັນປະຕິວັດ, ດີເດັ່ນກວ່າໝູ່ ແລະ ໄດ້ຮັບຄວາມໄວ້ວາງໃຈສູງກວ່າໝູ່ໃນຊົນຊັ້ນກຳມະກອນ, ຊາວກະສິກອນ, ຊັ້ນຄົນປັນຍາຊົນ ແລະ ຊາວຜູ້ອອກແຮງງານອື່ນໃນເຜົ່າຕ່າງໆ ເຊິ່ງໄດ້ຜ່ານການທົດສອບໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ວັດຖຸປະສົງ ຂອງພັກປະຊາຊົນປະຕິວັດລາວ ແມ່ນນຳພາປວງຊົນລາວທັງຊາດ ດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ, ພັກປະຊາຊົນປະຕິວັດລາວ ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແນວຄິດ, ທິດສະດີຂອງພັກ ແລະ ຕໍ່ກັບວັນຄຽດແຄ້ນຂອງປະຊາຊົນລາວ ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ 21/03/1946 ເພື່ອສະແດງເຖິງຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ທີ່ມີຕໍ່ບັນດາສະຫາຍນັກຮົບທີ່ໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງ ເພື່ອປະເທດຊາດ, ເພື່ອການປະຕິວັດປົດປ່ອຍຊາດ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ 136/ນຍ, ລົງວັນທີ 30/07/2008 ໂດຍກຳນົດເອົາວັນທີ 21 ມີນາ 1946 ເປັນວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ, ການກຳເນີດເກີດຂຶ້ນຂອງພັກກອມມູນິດຫວຽດນາມ ເຊິ່ງຜົນງານການນໍາພາຂອງພັກກອມມູນິດຫວຽດນາມ, ໄດ້ນຳພາການຕໍ່ສູ້ຍາດເອົາອໍານາດການປົກຄອງໃນໄລຍະປີ 1930-1945 ເປັນໄລຍະທີ່ຂະບວນລຸກຮື້ຂຶ້ນຕໍ່ສູ້ຂອງມະຫາຊົນ ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ຂຶ້ນສູ່ລະດັບສູງ, ດັ່ງນັ້ນ ພັກຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕົນເອງ ໃຫ້ກາຍເປັນອົງການນໍາພາ, ເປັນພາກສ່ວນນຳໜ້າຂອງມະຫາຊົນຢ່າງແທ້ຈິງ, ຂົນຂວາຍມະຫາຊົນໃຫ້ເຂົ້າຮ່ວມຂະບວນການຕໍ່ສູ້ທັງໂຄສະນາຕ້ານຈັກກະພັດ ແລະ ຕ້ານສົງຄາມ ປີ 1936-1939 ເປົ້າໝາຍການຕໍ່ສູ້ສະເພາະໜ້າແມ່ນຕ້ານລະບອບປະຕິການລ່າເມືອງຂຶ້ນ, ຕ້ານຟາດຊິດ ແລະ ສົງຄາມຈັກກະພັດ, ທວງເອົາສິດປະຊາທິປະໄຕ, ສັນຕິພາບ ແລະ ຄວາມຢູ່ດີກິນດີມາໃຫ້ປະຊາຊົນ. ເພື່ອເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ແລະ ວັນສໍາຄັນປະຫວັດສາດຊາດ ເພາະສະນັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບໃນທົ່ວກອງທັບ ກໍຄືປະຊາຊົນລາວທັງຊາດຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ, ກ້າວຂຶ້ນສັງຄົມນິຍົມພາຍໃຕ້ການນໍາພາຂອງພັກ, ຕັ້ງໜ້າປຸກລະດົມຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກໃນແຕ່ລະສະໄໝ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ປາກົດຜົນເປັນຈິງ, ຊຸກຍູ້ການຫັນລົງກໍ່ສ້າງຮາກຖານ, ເຊີດຊູຄວາມຮັບຜິດຊອບປະຕິບັດໜ້າທີ່ພັດທະນາຊົນນະບົດ, ສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ, ຍູ້ຂະບວນການຜະລິດເປັນສິນຄ້າ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຈິງ, ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິທີ່ຫວັງມ້າງເພທຳລາຍຂອງພວກອິດທິກໍາລັງປໍລະປັກ, ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມສາມັກຄີປອງດອງທົ່ວປວງຊົນພາຍໃຕ້ຮົ່ມທຸງຂອງພັກ, ເອົາໃຈໃສ່ຈໍາກັດແກ້ໄຂສິ່ງຫຍໍ້ທໍ້ສັງຄົມ, ສ້າງບັນຍາກາດສົດໃສ, ສະຫງ່າຜ່າເຜີຍຂອງສັງຄົມລາວ ແລະ ຄົນລາວ, ສືບຕໍ່ປະຕິບັດນະໂຍບາຍຕ່າງປະເທດຂອງພັກ ແລະ ລັດ ຢ່າງຖືກຕ້ອງ, ຮັດແໜ້ນຄວາມສາມັກຄີພິເສດ ລາວ-ຫວຽດນາມ, ຄວາມສາມັກຄີກັບປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດໃນໂລກ, ຕັ້ງໜ້າປັບປຸງພາຍໃນພັກໃຫ້ພັກກຳອຳນາດທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງຄວາມເປັນແບບຢ່າງນຳໜ້າຂອງພະນັກງານ ແລະ ສະມາຊິກພັກ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ