ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄວມຮູ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-11-14 21:38:14 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ:



ທ່ານ ນາງ ບຸນມີ ສົມສະ ໝອນ ອຳນວຍການວິສາຫະກິດ ສ່ວນບຸກຄົນມິດແຮັບປີ ໄດ້ສະ ແດງຄວາມຮູ້ສຶກຂອງຕົນຕໍ່ວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີວ່າ: ກອງທັບປະ ຊາຊົນລາວແມ່ນກຳລັງຫຼັກແຫຼ່ງ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ກໍຄືພາລະກິດປົກປັກຮັກ ສາ ແລະ ສ້າງສາປະເທດຊາດໃນປັດຈຸບັນອາດເວົ້າໄດ້ວ່າຖ້າບໍ່ມີ ກອງທັບທີ່ເຂັ້ມແຂງເຮັດໜ້າທີ່ຕໍ່ສູ້ກູ້ຊາດຢ່າງທໍລະຫົດອົດທົນ ເຕັມ ໄປດ້ວຍການເສຍສະຫຼະໃນວັນນັ້ນກໍຈະບໍ່ມີເຮົາ ແລະ ບໍ່ມີປະເທດ ຊາດຄືດັ່ງທຸກວັນນີ້, ຈາກການເສຍສະຫຼະຢ່າງບໍ່ມີຂອບເຂດດັ່ງ ກ່າວຈຶ່ງເຮັດໃຫ້ບ້ານເມືອງມີຄວາມສະຫງົບສຸກ, ເຊິ່ງໄດ້ອຳນວຍ ຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ແລະ ທຳມາຫາກິນ ຂອງປະຊາຊົນ ຖ້າວ່າປະເທດຊາດບໍ່ມີຄວາມໝັ້ນຄົງ, ສັງຄົມບໍ່ມີ ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍການດຳເນີນທຸລະກິດ ກໍຈະບໍ່ສາມາດບັນລຸຜົນໄດ້. ຕະຫຼອດໄລຍະ 70 ປີແຫ່ງ ການກຳເນີດ ແລະ ເຕີບໃຫຍ່ເຂັ້ມ ແຂງຂອງກອງທັບ ລ້ວນແຕ່ໄດ້ ແບກຫາບພາລະກຳປະຫວັດສາດ ອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ ແຕກຕ່າງກັນ ແລະ ສາມາດປະຕິ ບັດພາລະກຳປະຫວັດສາດເຫຼົ່າ ນັ້ນໄດ້ຢ່າງສະຫງ່າງາມ ເຮັດສຳ ເລັດທຸກໜ້າທີ່ ທີ່ພັກ-ລັດ ປະເທດ ຊາດ ແລະ ປະຊາຊົນມອບໝາຍ ໃຫ້, ປະກອບສ່ວນໃນການສ້າງ ສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີຄວາມ ເຂັ້ມແຂງ, ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບ ຮ້ອຍ, ເສດຖະກິດ-ສັງຄົມມີການ ພັດທະນາ, ຊີວິດການເປັນຢູ່ທາງ ດ້ານວັດຖຸ ແລະ ຈິດໃຈຂອງພໍ່ ແມ່ປະຊາຊົນບັນດາເຜົ່ານັບມື້ດີ ຂຶ້ນ. ໃນນາມພະນັກງານ-ກຳມະ ກອນທີ່ສັງກັດໃນຫົວໜ່ວຍທຸລະ ກິດພາກເອກະຊົນຂໍລະນຶກ ແລະ ຈົດຈຳບັນດາຜົນງານ ແລະ ໄຊ ຊະນະທີ່ພະນັກງານ-ນັກຮົບຍາດ ມາໄດ້ໃນຕະຫຼອດໄລຍະທີ່ຜ່ານ ມາ, ເຊິ່ງໄດ້ເຮັດໃຫ້ປະເທດຊາດ ບ້ານເມືອງມີຄວາມໝັ້ນຄົງ ແລະ ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ. ຂໍອວຍພອນໄຊອັນປະເສີດມາ ຍັງຄະນະນຳກະຊວງປ້ອງກັນປະ ເທດ, ນາຍ ແລະ ພົນທະຫານທຸກ ຖ້ວນໜ້າ ພິເສດແມ່ນຜູ້ປະຕິບັດ ໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ, ທຸ ລະກັນດານ, ເຂດຈຸດສຸມພັດທະ ນາ ຈົ່ງມີສຸຂະພາບເຂັ້ມແຂງ ມີ ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ປະສົບຜົນສຳເລັດ ໃນວຽກງານອັນມີກຽດສະຫງ່າ ຂອງຕົນ. ໂດຍ: ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ