
ໜ່ວຍພັກພະແນກການເມືອງ ກອງພັນໃຫຍ່ 202 ດຳເນີນກອງປະຊຸມໃຫຍ່ ຄັ້ງທີ II
ເວລາອອກຂ່າວ: 2023-03-31 08:59:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:
ໜ່ວຍພັກພະແນກການເມືອງກອງພັນໃຫຍ່ 202 ກອງພົນທີ 2 ດຳເນີນກອງປະຊຸມໃຫຍ່ ຄັ້ງທີ II, ໃນວັນທີ 23 ມີນາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອູ່ທອງ ມະໂນລາດ ເລ ຂາໜ່ວຍພັກ ຫົວໜ້າພະແນກການເມືອງ, ມີສະຫາຍ ພັນໂທ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການ
ເມືອງ ກອງພັນໃຫຍ່ 202, ມີບັນດາຄະນະໜ່ວຍພັກອ້ອມຂ້າງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ ພາຍໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ອູ່ທອງ ມະໂນລາດ ເລຂາໜ່ວຍພັກ ຫົວໜ້າພະແນກການເມືອງ ໄດ້ສະຫຼຸບຕີລາຄາຄືນ ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານ
ຮອບດ້ານຂອງໜ່ວຍພັກໃນໄລຍະ 5 ປີຜ່ານມາ, ໂດຍຖືເອົາວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ເປັນຕົ້ນ ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ຄະ
ນະພັກໄດ້ຊີ້ນຳຂະແໜງກໍ່່ສ້າງຮາກຖານ, ຊີ້ນຳບັນດາກົມກອງໃນການກໍ່ສ້າງຮາກຖານບ້ານພື້ນຖານຕາມການມອບໝາຍ, ເພື່ອກຳແໜ້ນສະພາບການ, ພົວພັນກັບອຳນາດການປົກຄອງທ້ອງຖິ່ນ ແລະ ກົມກອງເພື່ອນມີການແລກປ່ຽນສະພາບເປັນປົກກະຕິເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຕໍ່ວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພ
ພິບັດ ໂດຍຈັດຕັ້ງກຳລັງປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອຕິດຕາມກຳແໜ້ນສະພາບການຮອບດ້ານ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງກົມກອງ. ພ້ອມນີ້, ຍັງເອົາໃຈໃສ່ນຳພາການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ເຮັດໃຫ້ພະນັກງານ-ສະມາຊິກພັກ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ, ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຍົກສູງຄຸນທາດການເມືອງ, ຄວາມຮູ້, ຄວາມສາມາດຕິດພັນກັບຂະ
ບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສາມາດຕີລາຄາ ແລະ ຮັບຮອງສະມາຊິກພັກແຂງ 17 ສະຫາຍ, ກາງ 11 ສະຫາຍ, ບໍ່ໄດ້ແບ່ງປະເພດ 1 ສະຫາຍ. ນອກນີ້, ຍັງຍັງໄດ້ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ດ້ວຍການປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນຂອງກົມກອງ. ໃນນີ້, ລ້ຽງງົວ 7 ໂຕ, ໝູ 15 ໂຕ, ແບ້ 5 ໂຕ, ລ້ຽງສັດປີກ 273 ໂຕ, ມີໜອງປາ 1 ໜອງ, ປ່ອຍປາ
ແລ້ວ 1 ພັນກວ່າໂຕ, ປູກພືດຜັກຊະນິດຕ່າງໆ ເກັບກູ້ໄດ້ 2.256 ກິໂລກຣາມ ແລະ ການບໍລິການອື່ນໆ ສາມາດສ້າງລາຍຮັບເຂົ້າຄັງລວມໄດ້ 66 ລ້ານກວ່າ
ກີບ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ໄດ້ຕາມລະດັບຄາດໝາຍ.
ໂດຍ: ຄຳຊາຍ ກວ່າງຄຸນສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ