
ທະນາຄານພັດທະນາລາວ ສາຂາສະຫວັນນະເຂດ ມອບເຄື່ອງກິລາໃຫ້ກອງພັນທີ 7
ເວລາອອກຂ່າວ: 2023-03-31 08:56:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 21 | ຄວາມນິຍົມ:
ວັນທີ 28 ມີນາ 2023 ນີ້, ສະຫາຍ ຄອນເພັດ ຈັນທະວົງ ຮອງຫົວໜ້າສາຂາສະຫວັນນະເຂດ ທະນາຄານພັດທະນາລາວ ໄດ້ນຳເຄື່ອງກິລາຈຳນວນ 30 ຊຸດ ລວມມູນຄ່າ 3 ລ້ານກວ່າກີບ ມອບໃຫ້ກອງພັນທີ 7 ກອງພົນທີ 4 ເພື່ອປະກອບສ່ວນຊຸກຍູ້ວຽກງານຂະບວນການຕ່າງໆຂອງກົມກອງ, ໂດຍໃຫ້ການຕ້ອນ
ຮັບຂອງ ສະຫາຍ ພັນໂທ ສີສະຫວັນ ເຄນຈັນຫອມ ຫົວໜ້າການທະຫານ ກອງພັນທີ 7 ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ ສະຫາຍພັນໂທ ສີສະຫວັນ ເຄນຈັນຫອມ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສະຫາຍ ຄອນເພັດ ຈັນທະວົງ ພ້ອມຄະນະ ທີ່ໄດ້ນຳເອົາເຄື່ອງກິລາມາມອບໃຫ້ໃນຄັ້ງນີ້ ເປັນການປະກອບສ່ວນຮັດແໜ້ນຄວາມສາມັກຄີລະຫວ່າງ ກອງພັນທີ 7 ແລະ ທະນາຄານພັດທະນາລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຂະບວນການກິລາພາຍໃນກົມກອງໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ