ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງທັບສຸ່ມທຸກກຳລັງເຂົ້າໃນການມອດໄພໄໝ້ລາມປ່າ ຢູ່ເມືອງສັງທອງ
ເວລາອອກຂ່າວ: 2023-03-30 11:49:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ຈາກສະພາບໄຟໄໜ້ລາມປ່າ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ເກີດຂຶ້ນຢ່າງຮຸນແຮງເປັນວົງກວ້າງໃນອາທິດທີ່ຜ່ານມານັ້ນ, ກອງທັບປະຊາຊົນລາວ ໄດ້ສຸ່ມທຸກກຳລັງຮ່ວມກັບພາກສ່ວນຕ່າງໆເຂົ້າມອດໄພໄໝ້ລາມປ່າ ໂດຍໃຊ້ກຳລັງພົນ, ກຳລັງພາຫະນະທາງບົກ ແລະ ອາກາດ ບັນດາກົມກອງຂອງກອງບັນຊາການທະຫານນະຄອນຫຼວງ, ກອງບັນຊາການທະຫານເມືອງ ແລະ ກຳລັງຫຼວງອີກຈຳນວນໝຶ່ງ ແຕ່ລະພາກສ່ວນໄດ້ປະສານສົມທົບກັນເຂົ້າໃນການມອດໄພໃຫ້ທັນການ ແລະ ມີຄວາມຮັບຜິດຊອບສູງ. ສະຫາຍ ພັນເອກ ຄຳສຸກ ຄຳເລືອງເທບ ຫົວຫນ້າການທະຫານ ກອງພັນໃຫຍ່ 703 ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພີມກອງທັບ ປະຊາຊົນລາວ ໃນວັນທີ 29 ມີນາ 2023 ວ່າ: ພາຍຫຼັງທີ່ເກີດອັກຄີໄພ, ໄຟໄໝ້ລາມປ່າຢູ່ເມືອງສັງທອງ ແລະ ຂອບເຂດອື່ນໆ ໄດ້ເກີດຂຶ້ນຢ່າງຮຸນແຮງ ໄວວາ ແລະ ເປັນວົງກວ້າງ ມີຫຼາຍພື້ນທີ່ໄດ້ຮັບຜົນກະທົບ, ດັ່ງນັ້ນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ເວົ້າລວມ ເວົ້າສະເພາະ ກະຊວງປ້ອງກັນປະເທດ ໄດ້ອອກຄຳສັ່ງ ແລະ ໃຫ້ທິດຊີ້ນຳໃນເບື້ອງຕົ້ນຢ່າງເລັ່ງດ່ວນ ນຳໃຊ້ກຳລັງທ້ອງຖີ່ນ, ກຳລັງຫຼວງເຂົ້າສົມທົບກັບພາກສ່ວນຕ່າງໆເຂົ້າໃນການມອດໄຟ. ແຕ່ການເຂົ້າມອດໄຟນັ້ນເຫັນວ່າມີຄວາມຫຍຸ້ງຍາກຫຼາຍຢ່າງ ເນື່ອງຈາກວ່າເຂດດັ່ງກ່າວເປັນເຂດພູສູງຊັນທຸລະກັນດານ. ສະນັ້ນດ້ວຍທິດຊີ້ນຳຂອງກະຊວງປ້ອງກັນປະເທດໄດ້ມອບໝາຍໃຫ້ ກອງພັນໃຫຍ່ 703 ນຳກຳລັງ ແລະ ນຳໃຊ້ ຍົນເຮລິກົບແຕ Mi-17 ແລະ Z-9 ເຂົ້າປະຕິບັດໜ້າທີ່ ໂດຍການບິນຕັກນ້ຳຈາກໜອງນ້ຳໄປມອດທາງອາກາດ ເປັນກຳລັງເສີມໃຫ້ພາກພື້ນດິນປະມານ 20-25 ຖ້ຽວຕໍ່ມື້ ແລະ ຖ້ຽວໜຶ່ງສາມາດບັນທຸກນ້ຳໄດ້ປະມານ 4.500 ລິດ. ນອກຈາກກອງພັນໃຫຍ່ 703 ແລ້ວ, ກໍຍັງມີກຳລັງຈາກ ກອງພັນໃຫຍ່ 661, ກອງພັນໃຫຍ່ 11, ກອງບັນຊາການທະຫານນະຄອນຫຼວງ, ກອງບັນຊາການທະຫານເມືອງນາຊາຍທອງ, ເມືອງສີໂຄດຕະບອງ, ກອງຮ້ອຍທະຫານຊາຍແດນ, ກຳລັງ ປກສ ຕະຫຼອດຮອດ ພະນັກງານພາກລັດ-ເອກະຊົນ ແລະ ອາສາສະໝັກ ໄດ້ຮ່ວມແຮງຮ່ວມໃຈກັນເຂົ້າໄປມອດໄຟໄໝ້ປ່າ ແລະ ສາມາດຄວບຄຸ້ມໄດ້ແລ້ວບາງຈຸດ ແຕ່ກໍຍັງມີບາງບ່ອນທີ່ຍັງບໍ່ທັນສາມາດຄວບຄຸ້ມໄດ້ ແລະ ຈະຕ້ອງໄດ້ສືບຕໍ່ເພີ່ມກຳລັງທາງບົກ ແລະ ອາກາດ ເຂົ້າໃນການມອດໄຟໄໜ້ລາມປ່າຄັ້ງນີ້ໄດ້ໂດຍໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ