ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການຈັດຕັ້ງ​ປະຕິບັດ​ວຽກ​ງານ ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຮາກ​ຖານ​ມີ​ຄວາມ​ສະຫງົບ
ເວລາອອກຂ່າວ: 2023-03-30 10:00:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ:



ສະຫາຍ ພັນ​ເອກ ລື​ໄຊ ສຸວັນນະ​ສີ ກຳມະການ​ຄະນະ​ພັກ​ກອງ​ພົນ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 502 ກອງ​ພົນ​ທີ 5 ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ ໄດ້​ເອົາໃຈໃສ່​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໂດຍ​ການ​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ປະສານ​ສົມທົບ​ກັບ​ກຳລັງ​ທ້ອງຖິ່ນ, ກຳລັງ ​ປກສ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ໃນ​ການ​ປັບປຸງ​ຕາ​ນ່າງ​ປ້ອງ​ກັນ​ຊາດ​ຢູ່​ຂັ້ນ​ຮາກ​ຖານ​ປະຊາຊົນ​ໃຫ້​ມີ​ຄວມ​ໜັກ​ແໜ້ນ​ເຂັ້ມແຂງ ເຫັນ​ວ່າ​ສະພາບ​ຢູ່​ຂັ້ນ​ຮາກ​ຖານ​ມີ​ຄວາມ​ສະຫງົບ ມີ​ຫຼາຍ​ຂົງເຂດ​ວຽກ​ງານ​ໄດ້​ຮັບ​ການ​ປັບປຸງ ແລະ ມີ​ການ​ພັດທະນາ​ດີ​ຂຶ້ນ​ເປັນ​ກ້າວໆ. ການຈັດຕັ້ງ​ວຽກ​ງານ​ປ້ອງ​ກັນ​ຊາດ​ແມ່ນ​ໜ້າທີ່​ລວມ​ຂອງ​ໝົດ​ທຸກ​ຄົນ​ໃນ​ສັງຄົມ​ຕ້ອງ​ເປັນ​ເຈົ້າ​ການ​ນຳ​ກັນ​ໂດຍ​ບໍ່​ປ່ອຍປະ​ໃຫ້​ແຕ່​ກຳລັງ ​ປກຊ-​ປກສ ແບກ​ຫາບ​ພາລະ​ໜ້າທີ່. ສະນັ້ນ​, ຢູ່​ຂັ້ນ​ຮາກ​ຖານ​ຕ້ອງ​ເປັນ​ເສນາ​ທິ​ການ​ໃຫ້​ຂັ້ນ​ເທິງ​ທາງ​ດ້ານ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ເປັນ​ເຈົ້າ​ການ​ສອດສ່ອງ​ເກັບ​ກຳ​ສະພາບ​ບ້ານ​ໃຫ້​ມີ​ຄວາມ​ສະຫງົບ ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ ຂັ້ນ​ຮາກ​ຖານ. ຍ້ອນ​ແນວນັ້ນ​ ພັກ-ລັດຖະບານ​ຈິ່ງ​ສຸມ​ໃສ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ສຳຄັນ ເອົາ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ເປັນໃຈ​ກາງ; ສະເພາະ​ຢູ່​ກອງພັນ​ໃຫຍ່ 502 ກໍເປັນ​ກົມ​ກອງ​ໜຶ່ງ​ທີ່​ເປັນ​ເສນາ​ທິ​ການ​ໃຫ້​ ກອງ​ພົນ​ທີ 5 ດ້ານ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ປ້ອງ​ກັນ​ຊາດ​ແລະ​ພັດທະນາ​ຊົນນະບົດ ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ ໄປ​ຄຽງ​ຄູ່​ກັບ​ການຈັດຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ.ຍາມ​ໃດ ​ຄະນະ​ພັກ-ຄະນະ​ບັນຊາ ໄດ້​ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ມີ​ສະຕິ​ຕື່ນ​ຕົວ​ສູງ ຕອບ​ຕ້ານ ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ກຳລັງ​ປໍ​ລະ​ປັກ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ດ້ານ​ສິລະປະ​ຍຸດ-ຍຸດທະວິທີ​ຂັ້ນ​ພື້ນຖານ​ຂອງ​ທະຫານ​ຮາບ​ ແລະ ​ເຕັກນິກ​ວິ ຊາ​ສະເພາະ​ໃຫ້​ແກ່​ພະນັກງານ-ນັກຮົບ ມີ​ຄວາມ​ຊຳນິ​ຊຳນານ ຄ່ອງ​ແຄ້ວ ຮັບປະກັນ​ເຮັດ​ສຳ ເລັດ​ ໜ້າທີ່​ການເມືອງ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້. ນອກ​ນັ້ນ​, ຍັງ​ໄດ້​ສ້າງ​ແຜນການ​ອົບ​ຮົມ-ຫັດ​ແອບ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ​ເປັນ​ປະຈຳ, ປະສານ​ສົມ ທົບ​ກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ໃນ​ການ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ​ ແລະ​ ກຳລັງ​ກອງ​ຫຼອນ, ​ປກສ ກຸ່ມ​ບ້ານ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຕ້ານ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ , ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ປະຊາຊົນ​ຕາມ​ກຸ່ມ​ບ້ານ​ທີ່​ໄດ້​ແບ່ງປັນ​ໃນ 3 ຕົວ​ເມືອງ 17 ບ້ານ,ໂຄສະນາ​ແນວທາງ ​ປກຊ-​ປກສ ໃຫ້​ປະຊາຊົນ​ກຳ​ແໜ້ນ​ຕໍ່​ແນວທາງ​ດັ່ງກ່າວ. ສະຫາຍ ພັນ​ເອກ ລື​ໄຊ ສຸວັນນະ​ສີ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ນອກຈາກ​ຍັງ​ໄດ້​ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ທີ່​ຕັ້ງ​ສຳນັກງານ, ອົງການ​ ແລະ​ ເຄື່ອນ​ໄຫວ​ກວດກາ​ສາ ລະ​ເວ​ຕາມ​ຂອບ​ເຂດ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະຫງົບ, ປະຈຳການ​ສູ້​ຮົບ 3 ຂັ້ນ​ຕະຫຼອດ 24 ຊົ່ວໂມງ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ບໍລິເວນ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ.ພ້ອມ​ນັ້ນ​, ຍັງ​ໄດ້​ຊີ້​ນຳບັນດາ​ອົງການ, ກົມ​ກອງ​ຮາກ​ຖານຍົກ​ສູງ​ນໍ້າໃຈ​ເພິ່ງ​ຕົນ​ເອງ, ກຸ່ມ​ຕົນ​ເອງ ​ແລະ​ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ໂດຍ​ສຸມ​ໃສ່​ປູກຝັງ-ລ້ຽງສັດ​ ແລະ​ ບໍລິການ​ອື່ນໆ​ຕາມ​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຕົນ.ໃນ​ນີ້​, ກອງພັນ​ໃຫຍ່ ມີ​ງົວ​ລ້ຽງ 26 ໂຕ, ໝູ 11 ໂຕ, ແບ້ 89 ໂຕ, ສັດ​ປີກ 826 ໂຕ, ມີ​ໜອງ​ປາ 35 ໜອງ ປ່ອຍ​ປາ 75.600 ກວ​​່າ​ໂຕ, ມີ​ ເນື້ອທີ່​ປູກ​ພືດ​ຜັກ​ທັງ​ໝົດ 4,5 ເຮັກ ຕາ ຜົນ​ຜະລິດ​ໄດ້ 12.257 ກິ​ໂລກຣາມ, ເນື້ອທີ່​ປູກ​ເຂົ້ານາ ​ປີ 1,8 ເຮັກຕາ ຜົນ​ຜະລິດ​ເປັນ​ເຂົ້າສານ ​ໜຽວ​ໄດ້ 1.500 ກິ​ໂລກຣາມ, ເນື້ອທີ່​ປູກ​ມັນຕົ້ນ 6,5 ເຮັກຕາ ຜົນ​ຜະລິດ​ໄດ້21.792 ໂຕນ, ປູກ​ຕົ້ນໄມ້​ກິນ​ໝາກ1.437 ຕົ້ນ, ປູກ​ຕົ້ນໄມ້ອຸດສະຫະກຳ 1.009 ຕົ້ນ. ສາມາດ​ສ້າງ​ລາຍ​ຮັບ​ ໄດ້​ທັງ​ໝົດ727.156.000 ກີບ. ສັງ​ລວມ​ແລ້ວ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ​ໄລຍະ​ຜ່ານ​ມາ​, ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນ ຖານຊີວິດ​ການ​ເປັນ​ຢູ່​ຂອງ​ພະ ນັກງານ-ນັກຮົບ ​ແລະ ​ຮາກ​ຖານ​ປະຊາຊົນ​ໄດ້​ຮັບ​ການ​ປັບ​ປັບປຸງ​ແກ້​ໄຂ​ເປັນ​ກ້າວໆ​ມາ. ຂໍ້​ມູນ: ສົມ​ພອນ​ໄຊ ພັນ​ທ້າວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ