
ການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດເຂັ້ມແຂງ ຮາກຖານມີຄວາມສະຫງົບ
ເວລາອອກຂ່າວ: 2023-03-30 10:00:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:
ສະຫາຍ ພັນເອກ ລືໄຊ ສຸວັນນະສີ ກຳມະການຄະນະພັກກອງພົນ ຫົວໜ້າການເມືອງກອງພັນໃຫຍ່ 502 ກອງພົນທີ 5 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໂດຍການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ປະສານສົມທົບກັບກຳລັງທ້ອງຖິ່ນ, ກຳລັງ ປກສ, ອຳນາດການປົກຄອງຂັ້ນຕ່າງໆໃນການປັບປຸງຕານ່າງປ້ອງກັນຊາດຢູ່ຂັ້ນຮາກຖານປະຊາຊົນໃຫ້ມີຄວມໜັກແໜ້ນເຂັ້ມແຂງ ເຫັນວ່າສະພາບຢູ່ຂັ້ນຮາກຖານມີຄວາມສະຫງົບ ມີຫຼາຍຂົງເຂດວຽກງານໄດ້ຮັບການປັບປຸງ ແລະ ມີການພັດທະນາດີຂຶ້ນເປັນກ້າວໆ.
ການຈັດຕັ້ງວຽກງານປ້ອງກັນຊາດແມ່ນໜ້າທີ່ລວມຂອງໝົດທຸກຄົນໃນສັງຄົມຕ້ອງເປັນເຈົ້າການນຳກັນໂດຍບໍ່ປ່ອຍປະໃຫ້ແຕ່ກຳລັງ ປກຊ-ປກສ ແບກຫາບພາລະໜ້າທີ່. ສະນັ້ນ, ຢູ່ຂັ້ນຮາກຖານຕ້ອງເປັນເສນາທິການໃຫ້ຂັ້ນເທິງທາງດ້ານວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ເປັນເຈົ້າການສອດສ່ອງເກັບກຳສະພາບບ້ານໃຫ້ມີຄວາມສະຫງົບ ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຢູ່
ຂັ້ນຮາກຖານ. ຍ້ອນແນວນັ້ນ ພັກ-ລັດຖະບານຈິ່ງສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນສຳຄັນ ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ; ສະເພາະຢູ່ກອງພັນໃຫຍ່ 502 ກໍເປັນກົມກອງໜຶ່ງທີ່ເປັນເສນາທິການໃຫ້ ກອງພົນທີ 5 ດ້ານວຽກງານກໍ່ສ້າງຮາກຖານການເມືອງ, ປ້ອງກັນຊາດແລະພັດທະນາຊົນນະບົດ ຕາມທິດຊີ້ນຳຂອງຂັ້ນເທິງ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ.ຍາມໃດ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ ມີສະຕິຕື່ນຕົວສູງ ຕອບຕ້ານ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຳລັງປໍລະປັກ, ຍົກສູງລະດັບຄວາມຮູ້, ຄວາມສາມາດ ດ້ານສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະຫານຮາບ ແລະ ເຕັກນິກວິ ຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ ມີຄວາມຊຳນິຊຳນານ ຄ່ອງແຄ້ວ ຮັບປະກັນເຮັດສຳ ເລັດ
ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້.
ນອກນັ້ນ, ຍັງໄດ້ສ້າງແຜນການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກເປັນປະຈຳ, ປະສານສົມ ທົບກັບອຳນາດການປົກຄອງທຸກຂັ້ນໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ກຸ່ມບ້ານສູ້ຮົບຕິດລຽນ ແລະ ກຳລັງກອງຫຼອນ, ປກສ ກຸ່ມບ້ານ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ານປະກົດການຫຍໍ້ທໍ້ຕ່າງໆ , ຫັນລົງກໍ່ສ້າງຮາກຖານປະຊາຊົນຕາມກຸ່ມບ້ານທີ່ໄດ້ແບ່ງປັນໃນ 3 ຕົວເມືອງ 17 ບ້ານ,ໂຄສະນາແນວທາງ ປກຊ-ປກສ ໃຫ້ປະຊາຊົນກຳແໜ້ນຕໍ່ແນວທາງດັ່ງກ່າວ.
ສະຫາຍ ພັນເອກ ລືໄຊ ສຸວັນນະສີ ຍັງໃຫ້ຮູ້ຕື່ມອີກວ່າ: ນອກຈາກຍັງໄດ້ຈັດຕັ້ງກຳລັງປ້ອງກັນທີ່ຕັ້ງສຳນັກງານ, ອົງການ ແລະ ເຄື່ອນໄຫວກວດກາສາ
ລະເວຕາມຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບ, ປະຈຳການສູ້ຮົບ 3 ຂັ້ນຕະຫຼອດ 24 ຊົ່ວໂມງຮັບປະກັນເຮັດໃຫ້ສະພາບບໍລິເວນກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.ພ້ອມນັ້ນ, ຍັງໄດ້ຊີ້ນຳບັນດາອົງການ, ກົມກອງຮາກຖານຍົກສູງນໍ້າໃຈເພິ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໂດຍສຸມໃສ່ປູກຝັງ-ລ້ຽງສັດ ແລະ
ບໍລິການອື່ນໆຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ.ໃນນີ້, ກອງພັນໃຫຍ່ ມີງົວລ້ຽງ 26 ໂຕ, ໝູ 11 ໂຕ, ແບ້ 89 ໂຕ, ສັດປີກ 826 ໂຕ, ມີໜອງປາ 35 ໜອງ ປ່ອຍປາ 75.600 ກວ່າໂຕ, ມີ ເນື້ອທີ່ປູກພືດຜັກທັງໝົດ 4,5 ເຮັກ ຕາ ຜົນຜະລິດໄດ້ 12.257 ກິໂລກຣາມ, ເນື້ອທີ່ປູກເຂົ້ານາ ປີ 1,8 ເຮັກຕາ ຜົນຜະລິດເປັນເຂົ້າສານ ໜຽວໄດ້ 1.500 ກິໂລກຣາມ, ເນື້ອທີ່ປູກມັນຕົ້ນ 6,5 ເຮັກຕາ ຜົນຜະລິດໄດ້21.792 ໂຕນ, ປູກຕົ້ນໄມ້ກິນໝາກ1.437 ຕົ້ນ, ປູກຕົ້ນໄມ້ອຸດສະຫະກຳ 1.009 ຕົ້ນ. ສາມາດສ້າງລາຍຮັບ ໄດ້ທັງໝົດ727.156.000 ກີບ. ສັງລວມແລ້ວການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໄລຍະຜ່ານມາ, ມີຄວາມສະຫງົບໂດຍພື້ນ ຖານຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບ ແລະ ຮາກຖານປະຊາຊົນໄດ້ຮັບການປັບປັບປຸງແກ້ໄຂເປັນກ້າວໆມາ.
ຂໍ້ມູນ: ສົມພອນໄຊ ພັນທ້າວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ