
ປີ 2022 ຜ່ານມາ ກອງບັນຊາການທະຫານເມືອງສັງທອງ ສາມາດສ້າງໄດ້ຜົນງານພົ້ນເດັ່ນຫຼາຍດ້ານ
ເວລາອອກຂ່າວ: 2023-03-30 09:58:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:
ສະຫາຍ ພັນໂທ ບົວລອຍ ໄຊຈະເລີນສຸກ ຫົວໜ້າການເມືອງກອງບັນຊາການທະຫານເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາກົມກອງ, ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກ ງານ-ນັກຮົບ ເຄື່ອນໄຫວວຽກງານຕາມພາລະບົດບາດຂອງກົມກອງ ກໍຄືການປົກປັກຮັກສາ ເຂດນ້ຳ-ແດນດິນຂອງເມືອງສັງທອງ, ຮັບປະກັນເຮັດໃຫ້ປະ ຊາຊົນຊາວເມືອງສັງທອງ ທຳການຜະລິດ, ຄ້າຂາຍໄດ້ສະດວກສະບາຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ເມືອງສັງທອງ ໄປພ້ອມກັນນັ້ນ, ກໍໄດ້ນຳພາປະຕິບັດຂົງເຂດວຽກງານປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໄດ້ຮັບຜົນສຳເລັດທີ່ ເປັນພື້ນຖານຫຼາຍດ້ານໂດຍສະເພາະຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ເຊິ່ງແມ່ນໜ້າທີ່ຕົ້ນຂອງກົມກອງ, ຄະນະພັກຄະນະພັກ-ຄະນະບັນຊາກົມກອງ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ຮາກຖານບ້ານປະຊາຊົນຈຳນວນ 9 ສະຫາຍ, ສົມທົບແໜ້ນກັບອົງ ການປົກຄອງທ້ອງຖິ່ນ ແລະ ອົງ ການຈັດຕັ້ງທີ່ກ່ຽວຂ້ອງຊີ້ນຳ-ນຳ ພາກຳລັງກອງຫຼອນເຄື່ອນໄຫວເຮັດວຽກງານ ປກຊ-ປກສ ຕາມຂອບເຂດບ້ານຮັບຜິດຊອບ, ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກັບບ້ານແຮກສ່ຽວ, ຈັດພິທີປະກາດການຮັບຮອງເອົາບ້ານແກ້ງໝໍ້ ແລະ ບ້ານທ່ານາສ້າງຫີນເປັນບ້ານປ້ອງກັນຊາດເຂັ້ມແຂງສຳເລັດ ພ້ອມກັນນັ້ນ, ກໍໄດ້ຈັດຕັ້ງພະນັກງານອອກເຄື່ອນໄຫວລາດຕະເວນຂອບເຂດຊາຍແດນເຊື່ອມຕໍ່ເມືອງ 18 ຄັ້ງ, ເຄື່ອນໄຫວຕາມຂອບເຂດເທສະບານເມືອງສັງທອງ 10 ຄັ້ງ, ເຄື່ອນໄຫວແກ້ໄຂກຸ່ມຄົນບໍ່ຫວັງດີລັກ ລອບຂຸດຄົ້ນແຮ່-ລັກລອບຕັດໄມ້ຮ່ວມກັບໜ່ວຍສະເພາະກິດເມືອງສັງທອງ 25 ຄັ້ງ, ສົມທົບກັບ ປກສ ເມືອງເຄື່ອນໄຫວອາຍັດວັດຖຸອຸປະກອນໂຮງຊອຍໄມ້ທີ່ບໍ່ຖືກຕ້ອງຢູ່ບ້ານກົ້ວ, ເຮືອເຄື່ອນໄຫວຕາມຊາຍແດນແມ່ນ້ຳຂອງທີ່ບໍ່ຖືກລະບຽບຢູ່ບ້ານໂຄກເພີງ 2 ຄັ້ງ ແລະ ຕະແກງຮ່ອນຄຳບໍ່ຖືກຕ້ອງຢູ່ບ້ານຊໍ້-ວັງມ້າ 5 ຄັ້ງ, ປ້ອງກັນງານບຸນສຳຄັນຕ່າງໆ ແລະ ປ້ອງກັນ ເວນຍາມແຂກຂັ້ນເທິງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ເມືອງສັງ ທອງ 10 ຄັ້ງ ສາມາດຮັບປະກັນ ຄວາມສະຫງົບປອດໄພ 100%, ດ້ານວຽກງານອົບຮົມ-ຫັດແອບປັບປຸງລະບຽບແບບແຜນ ໄດ້ນຳພາອົບຮົມ-ຫັດແອບຕາມແຜນ ການປີ 2022 ສຳເລັດຕາມຄາດ ໝາຍທີ່ວາງໄວ້, ຕີລາຄາຜົນໄດ້ຮັບຄື: ພາກການເມືອງ ບັນລຸ85%, ພາກການທະຫານ 85% ແລະ ພາກພະລາທິການເຕັກນິກ ບັນລຸ 85% ແລະ ໄດ້ອົບຮົມ-ຫັດ ແອບສວນສະໜາມ 12 ຄັ້ງ, ສ່ວນວຽກງານການທະຫານທ້ອງຖິ່ນ ໄດ້ເອົາໃຈໃສ່ປັບປຸງກຳລັງກອງຫຼອນໃນທົ່ວເມືອງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ, ປັບປຸງການຈັດຕັ້ງຂັ້ນໝູ່ກອງຫຼອນຈຳນວນ10 ບ້ານ, ສ້າງສະ ຖິຕິພົນລະເມືອງ ແລະ ເກັບກຳ ສະຖິຕິກຳລັງກອງຫຼອນທົ່ວເມືອງ ສັງທອງ ສົ່ງໃຫ້ພະແນກການ ທະຫານທ້ອງຖິ່ນ ກອງບັນຊາການທະຫານນະຄອນຫຼວງວຽງ ຈັນສຳເລັດ, ປັດຈຸບັນທົ່ວເມືອງສັງທອງມີກຳລັງກອງຫຼອນທັງໝົດ 394 ສະຫາຍ, ເປັນສະມາ ຊິກພັກ 22 ສະຫາຍ, ມີ 5 ກອງ ຮ້ອຍ, ມີ 1 ໝວດ ແລະ ມີ 37 ໝູ່, ປະກອບອາວຸດໃຫ້ແລ້ວຈຳ ນວນ 361 ກະບອກ ແລະ ປະ ກອບເຄື່ອງນຸ່ງໃຫ້ແລ້ວ 4 ບ້ານ 45 ຊຸດ, ດ້ານວຽກງານພະລາ ທິການສາມາດຕອບສະໜອງດ້ານເຂົ້າກິນໄດ້ທັນກັບເວລາ, ຕອບສະໜອງດ້ານພືດຜັກໄດ້ 950 ກິໂລກຣາມເທົ່າກັບ 38,6% ແລະ ຊີ້ນໄດ້ 380 ກິໂລກຣາມເທົ່າກັບ 47,5%, ຮັບປະກັນການຈັດຕັ້ງກິນດື່ມລວມໝູ່, ພະນັກງານ-ນັກ ຮົບໄດ້ກິນເຂົ້າມື້ໜຶ່ງ 3 ຄາບເປັນປົກກະຕິ. ພ້ອມກັນນັ້ນ, ກໍໄດ້ຮັບປະກັນການເບີກຈ່າຍເຄື່ອງ ນຸ່ງຫົ່ມ ແລະ ວັດຖຸຮັບໃຊ້ອື່ນໆ ຕາມລະບອບອັດຕາທີ່ຂັ້ນເທິງກຳນົດໃຫ້, ຮັບປະກັນດ້ານວຽກງານນ້ຳມັນເຊື້ອໄຟ ແລະ ວຽກງານຂົນສົ່ງໄດ້ເປັນປົກກະຕິ, ດ້ານວຽກງານປັບປຸງສະຖານທີ່ຄ້າຍຄູ ໄດ້ສຳເລັດການສ້ອມແປງໂຄງຫຼັງຄາຫ້ອງການຫຼັງເກົ່າ, ສ້ອມແປງເຮືອນນອນ, ສ້ອມແປງນ້ຳປະປາ ແລະ ຊ້ອມແປງເຄື່ອງເຟີນີເຈີ ລວມມູນຄ່າທັງໝົດ 21 ລ້ານກວ່າກີບ. ດ້ານວຽກງານຜະ ລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ ໄດ້ຈັດຕັ້ງກຳລັງ 1 ໝູ່ຜະລິດ ປະຈຳຢູ່ຈຸດ ຫ້ວຍແຕນ ເພື່ອເຮັດວຽກງານ ປູກຝັງ-ລ້ຽງສັດຕາມລະດູການ ເຮັດໃຫ້ກົມກອງສາມາດກຸ້ມຕົນ ເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໂດຍພື້ນຖານ, ໃນໄລຍະ 1 ປີ ຜ່ານມາ ປູກພືດຜັກຕາມລະ ດູການເກັບກູ້ໄດ້ 820 ກິໂລ ກຣາມ, ສະໜອງເຂົ້າເຮືອນຄົວລວມ 330 ກິໂລກຣາມ, ຂາຍສົ່ງອອກ 490 ກິໂລກຣາມ, ຂາຍຢາງພາລາໄດ້ 2.109 ກິໂລກຣາມ, ດ້ານການລ້ຽງສັດໄດ້ຈັດຕັ້ງພະນັກງານວິຊາສະເພາະຮັບຜິດຊອບລ້ຽງສັດເປັນຕົ້ນໄດ້ລ້ຽງງົວ 11 ໂຕ, ເກີດເພີ່ມໃໝ່ 3 ໂຕ, ແບ້ 19 ໂຕ, ຂ້າຮັບໃຊ້ວຽກງານລວມຂອງກົມກອງ 4 ໂຕ ແລະ ລ້ຽງປາຈຳນວນໜຶ່ງ, ສັງລວມແລ້ວປີ 2022 ຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ 147 ລ້ານກວ່າກີບ, ໃນນັ້ນ, ລາຍຮັບຈາກການປູກຝັງ 27 ລ້ານກວ່າກີບ, ຈາກການລ້ຽງ ສັດ 8 ລ້ານກວ່າກີບ ແລະ ລາຍຮັບຈາກການບໍລິການອື່ນໆ 111 ລ້ານກວ່າກີບ.
ໝາກຜົນດັ່ງກ່າວ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດຈາກຄະນະພັກ-ຄະນະບັນຊາກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍຄືຄະນະພັກເມືອງສັງທອງ, ບວກກັບຄະນະພັກ-ຄະນະບັນຊາກົມກອງ ໄດ້ເອົາໃຈໃສ່ຄົ້ນ ຄວ້າເຊື່ອມຊຶມ ແລະ ຜັນຂະ ຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ບັນດາມະຕິ ຄຳສັ່ງຕ່າງໆຢ່າງຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງກົມກອງ, ມີຄວາມເປັນເອກະພາບໃນທຸກຂົງເຂດວຽກງານ ແລະ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດໃຫ້ພະ ນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ພະນັກງານ-ນັກ ຮົບມີຄວາມບຸກບືນ, ຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ພ້ອມກັນເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ