ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງ​ເສນາ​ທິ​ການ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022
ເວລາອອກຂ່າວ: 2023-03-30 09:54:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ໃນ​ວັນ​ທີ 21 ມິ​ນາ 2023 ນີ້, ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022 ແລະ ທິດ​ທາງ​ແຜນການ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄວຍາກອນ ເພັດ​ສະ​ລາດ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ມີ​ຄະນະ​ຫ້ອງ, ຫົວໜ້າ​ພະແນກການ​ທີ່​ຂຶ້ນ​ກັບ ຕະຫຼອດ​ຮອດ​ ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ໄທ ລິນ​ທອງ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ໃນ​ໄລ ຍະ 1 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ທີ່​ພົ້ນ​ເດັນ​ຫຼາຍ​ດ້ານ​ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເປັນຕົ້ນ​ແມ່ນ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ໄດ້​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ​ແນວທາງ​ຂອງ​ພັກ, ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ກຳລັງ​​ຈັດ ​ຕັ້ງ​ຜັນ​ຂະຫຍາຍ​ແນວທາງ​ຂອງ​ຂັ້ນ​ເທິງ​ຫັນ​ເປັນ​ແຜນ​ວຽກ, ເປັນ​ໂຄງການ​ອັນ​ລະອຽດ​ຊີ້​ນຳ​ແຕ່​ລະ​ວຽກ, ແຕ່​ລະ​ບັນຫາ​ຢ່າງ​ມີ​ຈຸດ​ສຸມ ແລະ ແທດເໝາະ​ຕົວ​ຈິງ ໂດຍ​ສະເພາະ​ສຸມ​ໃສ່​ນຳພາ-ຊີ້​ນຳ​ຢ່າງ​ໃກ້​ຊິດ​ການ ຈັດ​ຕັ້ງ​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ການເມືອງ​ກົມ​ກອງ. ໃນ 1 ປີຜ່ານມາ ​ກົມ​ກອງ​ໄດ້​ເຮັດ​ສຳເລັດ​ໜ້າທີ່​ວິຊາ​ສະເພາະ​ຫຼາຍ​ດ້ານ​ໃນ​ການ​ປະສານ​ສົມທົບ​ກັບ​ບັນດາ​ກົມ​ກອງ​ຈັດ​ຕັ້ງ​ເຄື່ອນ​ໄຫວ​ສະກັດ​ກັ້ນ​ແຜນການ​ກໍລະນີ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ກັບ​ເວລາ, ເພີ່ມ​ທະວີ ແລະ ຍົກ​ສູງ​ສະ ຕິ​ລະວັງ​ຕົວ​ກຽມພ້ອມ​ສູ້​ຮົບ, ປະຕິບັດ​ລະບອບ​ປະຈຳການ​ຕະຫຼອດ 24 ຊົ່ວໂມງ. ພ້ອມ​ນີ້, ຍັງ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໂດຍ​ໄດ້​ນຳ​ເອົາ​ ແນວທາງ​ນະໂຍບາຍ​ຂອງ​ພັກ, ມະຕິ ​ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ, ກົດໝາຍ​ຂອງ​ລັດ​ມາ​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ, ໄດ້​ເປີດ​ອົບຮົມ​ໄລຍະ​ສັ້ນ​ໃຫ້​ຫົວໜ້າ​ການ​ທະຫານ, ຮອງ​ຫົວໜ້າ​ການ​ທະ ຫານ ແລະ ຜູ້​ຊ່ວຍ​ວຽກ​ຕົວ​ຈິງ​ໃຫ້​ກົມ​ກອງ​ທົ່ວ​ທະຫານ​ແຂວງ, ອົບຮົມ-ຫັດ​ແອບ​ໃຫ້​ກອງ​ຫຼອນ​ໄດ້ 11 ກອງຮ້ອຍ, ບ້ານ​ປ້ອມ​ໝັ້ນ​ໄດ້ 10 ບ້ານ, ອົບຮົມ-ຫັດ​ແອບ ວຽກ​ງານ​ສຶກ​ສາ​ປ້ອງ​ກັນ​ຊາດ​ໃຫ້​ໂຮງຮຽນ​ວິຊາ​ຊີບ​ພາກ​ລັດ ແລະ ເອກະ​ຊົນ ແລະ ໂຮງຮຽນ​ມັດທະຍົມຕອນປາຍປາຍ. ພ້ອມ​ນີ້, ຍັງ​ໄດ້​ຊຸກຍູ້​ຂະ​ບວນ​ການ​ເພີ່ມ ພູນ​ຜະລິດຜົນ​ປູກຝັງ-ລ້ຽງສັດ​ຕາມ​ຄຳ​ຂວັນ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາທິການ​ວາງ​ອອກ. ຈາກ​ນັ້ນ ​ຍັງ​ມອບ​ໃບ​ຢັ້ງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ປະຈຳ​ປີ 2022 ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ