
ກອງພັນໃຫຍ່ 661 ປາຖະກະຖາວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ
ເວລາອອກຂ່າວ: 2023-03-30 09:52:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:
ວັນທີ 29 ມີນາ 2023 ນີ້, ກອງພັນໃຫຍ່ 661 ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ໂດຍການເປັນ
ປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະບໍລິຫານງານຊາວໜຸ່ມ ແຕ່ລະຂັ້ນ ຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວກອງພັນໃຫຍ່ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳປານ ແພງພັນ ໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ປະຫວັດຄວາມເປັນມາຂອງວັນສ້າງຕັ້ງຊາວໜຸ່ມປະ
ຊາຊົນປະຕິວັດລາວຕະຫຼອດໄລຍະ 68 ປີຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ເພື່ອປົດປ່ອຍຊາດ, ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່, ຊາວໜຸ່ມເຮັດໜ້າທີ່ເປັນກຳລັງແຮງອັນແຂງແກ່ນຂອງກອງທັບປະຊາຊົນລາວ, ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ພ້ອມທັງປຸກລະດົມຂົນຂວາຍເປັນກຳລັງແຮງປະກອບອາວຸດຢູ່ແຖ້ວໜ້າ, ເປັນກຳລັງລຳລຽງຂົນສົ່ງ ແລະ ເຕົ້າໂຮມຄວາມສາມັກຄີ, ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ໃນຂະບວນການຕໍ່ສູ້ກູ້ຊາດ ຈົນສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ໄດ້ຢ່າງສົມບູນ.
ການຫວນຄືນມູນເຊື້ອວັນສ້າງຕັ້ງດັ່ງກ່າວ ກໍເພື່ອເຮັດໃຫ້ພະນັກງານ, ສະມາຊິກຊາວໜຸ່ມທົ່ວກອງພັນໃຫຍ່ເຊື່ອມຊຶມກຳໄດ້ມູນເຊື້ອອັນພິລະອາດຫານ ແລະ ເຕີບໃຫຍ່ເຂັ້ມແຂງຂອງກຳລັງຊາວໜຸ່ມໃນເມື່ອກ່ອນ, ການເສຍສະຫຼະຊີວິດເລືອດເນື້ອເຫື່ອແຮງເພື່ອປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຫາຍ ຍັງໄດ້ຮຽກຮ້ອງມາຍັງພະນັກງານສະມາຊິກຊາວໜຸ່ມຈົ່ງນຳເອົາມູນເຊື້ອອັນດີງາມດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ປະກົດຜົນເປັນຈິງ, ປະຕິບັດເນື້ອໃນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກຕາມເນື້ອໃນຈິດໃຈຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດ, ເຂົ້າຮ່ວມຂະບວນການຕ່າງໆຂອງກົມກອງ, ສ້າງຜົນງານເພື່ອກຽມຂ່ຳນັບຮັບຕ້ອນເປັນປະຫັວດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ