
ວັດເຝິດຕິກ ພ້ອມດ້ວຍສະມາຄົມນັກທຸລະກິດ ສສ ຫວຽດນາມ ຢ້ຽມຢາມ ຄົນເຈັບ ທີ່ປິ່ນປົວຢູ່ໂຮງໝໍສູນ 103 ກອງທັບ
ເວລາອອກຂ່າວ: 2023-03-22 09:35:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3 | ຄວາມນິຍົມ:
ໃນວັນທີ 20 ມີນາ 2023 ນີ້, ພຣະອາຈານໃຫຍ່ ທິກມິງກວາງ ວັດເຝິດຕິກ ພ້ອມດ້ວຍ ສະມາຄົມນັກທຸລະກິດ ສສ ຫວຽດນາມ ປະຈໍານະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມ ແລະ ມອບເງິນຊ່ວຍເຫຼືອພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍ ທີ່ນອນປິ່ນປົວຢູ່ແຕ່ລະພະແນກການຂອງໂຮງໝໍສູນກາງ 103 ກອງທັບ ເປັນເງິນ ຈໍານວນ 30.000.000 ກີບ.
ໂອກາດນີ້, ພຣະອາຈານໃຫຍ່ ທິກມິງກວາງ ໄດ້ກ່າວວ່າ ການລົງຢ້ຽມຢາມ ແລະ ມອບເງິນໃນຄັ້ງນີ້, ເປັນການໃຫ້ກໍາລັງໃຈຕໍ່ພະນັກງານ-ນັກຮົບທີ່ເຈັບປ່ວຍ ທັງເປັນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເຊິ່ງມັນໄດ້ສະແດງເຖິງ ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີປອງດອງຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານ.
ໂດຍ: ອາຄົມ ສີພາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ