
ທະຫານແຂວງຫຼວງພະບາງ ສະຫຼຸບວຽກງານພະລາທິການ ປະຈຳປີ 2022
ເວລາອອກຂ່າວ: 2023-03-22 08:42:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:
ກອງປະຖຸມສະຫຼຸບຖອດຖອນວຽກງານພະລາທິການ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ທົ່ວກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານທີ່ເຮັດວຽກງານພະລາທິການທົ່ວທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳປານ ອຳໄພສາມ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງພະລາທິການທະຫານແຂວງ ໄດ້ສະຫຼຸບຕີລາຄາຄືນໃນຂົງເຂດວຽກງານພະ
ລາທິການໃນໄລຍະຜ່ານມາ ເຊິ່ງຄະນະພັກກອງບັນຊາການທະຫານແຂວງ ກໍຄື ຄະນະພັກຫ້ອງພະລາທິການ ທະຫານແຂວງໄດ້ເອົາໃຈໃສ່ຊີ້ນຳວຽກງານຮັບ
ປະກັນຊີວິດການເປັນຢູ່-ການຈັດຕັ້ງດູແລທັບເປັນປົກກະຕິປົກກະຕິ ສາມາດຮັບປະກັນດ້ານເຂົ້າກິນໃຫ້ກົມກອງໄດ້ 100%. ດ້ານຜັກກິນ, ຊີ້ນ-ປາ, ໄດ້ເອົາ
ໃຈໃສ່ຊີ້ນຳກົມກອງກວດກາຊຸກຍູ້ການປູກ, ການລ້ຽງຢ່າງເປັນຂະບວນຟົດຟື້ນຕາມທິດ 4 ປູກ 4 ລ້ຽງ ເຫັນວ່າຫຼາຍກົມກອງສາມາດຮັບປະກັນດ້ານຜັກກິນໄດ້ 85%, ດ້ານຊີ້ນ-ປາໄດ້ 50% ທຽບໃສ່ແຜນການບັນລຸຕາມຄາດໝາຍ ສະແດງອອກທົ່ວທະຫານແຂວງມີເຮືອນຄົວລວມ 76 ຫຼັງ, ເຮືອນຖາວອນ 19 ຫຼັງ ແລະ ເຄິ່ງຖາວອນ 22 ຫຼັງ, ຊົ່ວຄາວ 35 ຫຼັງ, ມີນັກປຸງແຕ່ງ 93 ສະຫາຍ, ສາມາດຈັດຕັ້ງກິນເຂົ້າວັນລະ 3 ຄາບ, ອາຫານ 3 ເຍື່ອງຂຶ້ນໄປ. ນອກນີ້, ຍັງສາມາດຮັບ
ປະກັນດ້ານສຸຂະພາບ, ຜ່ານມາໄດ້ຊີ້ນຳກວດກາສຸຂະພາບໃຫ້ພະນັກງານ-ນັກຮົບ 26 ຄັ້ງ, ສະເລ່ຍພະນັກງານທີ່ມີສຸຂະພາບແຂງແຮງກວມ 98%. ວຽກງານພາຫະນະເຕັກນິກຮັບປະກັນການຂົນສົ່ງໄດ້ 281 ຖ້ຽວຄັນ, ນຳໃຊ້ນ້ຳມັນເຊື້ອໄຟປະເພດແອັດຊັງ 6.867 ລິດ, ກາຊວນ 34.240 ລິດ ທຽບໃສ່ແຜນການປະຕິບັດໄດ້ 100%. ວຽກງານປັບປຸງກໍ່ສ້າງຄ້າຍຄູໄດ້ສຳເລັດໂຄງການກໍ່ສ້າງຫ້ອງການຕຶກ 3 ຊັ້ນ, ຫ້ອງການ ປກຊ-ປກສ ຂັ້ນແຂວງ, ເຮືອນໄວ້ລົດເຄື່ອນທ່ີໄວ, ຕິດຕັ້ງຕາຄ່າຍໄຟຟ້າ 22 Kw ແລະ ໝໍ້ແປງ 2 ໜ່ວຍຂະໜາດ 50Kva, 250Kva ສາງອາວຸດ ແລະ ສະໜາມຫັດແອບ, ສູນບັນຊາ ແລະ ກໍ່ສ້າງຮ່ອງລະບາຍນ້ຳ ເດີ່ນ 20 ມັງກອນ, ບຸກເບີກ ແລະ ກໍ່ສ້າງຄ້າຍຄູ ກອງຮ້ອຍ 26 ເມືອງນ້ຳບາກ, ລວມມູນຄ່າການກໍ່ສ້າງ ທັງໝົດ 18 ຕື້ກວ່າກີບ ໂດຍແມ່ນທຶນຂອງກົມກອງ ສົມ
ທົບກັບທຶນຂັ້ນເທິງ. ວຽກງານປູກຝັງທົ່ວກົມກອງມີເຮືອນປູກພືດຜັກໃນຮົ່ມ 50 ຫຼັງ, ມີເນື້ອທີ່ໃນຮົ່ມ ແລະ ນອກຮົ່ມ 18,16 ເຮັກຕາ, ມີເນື້ອທີ່ປູກພືດກະສິກຳ 40,22 ເຮັກຕາ ເກັບກູ້ພືດຜັກຕາມລະດູການໄດ້ 231.749 ກິໂລກຣາມ, ລ້ຽງງົວ-ຄວາຍ 824 ໂຕ, ໝູ-ແບ້ 460ໂຕ, ສັດປີກ 14 ພັນກວ່າໂຕ, ລ້ຽງກົບ-ປາ 2 ແສນກວ່າໂຕ, ມີລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ການບໍລິການອື່ນໆທັງໝົດ 7.851.200.000 ກີບ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ