
ໜ່ວຍພັກພະແນກຊ່ວຍບົ່ງມະຕິ ໂຮງໝໍບໍລິເວນ 107 ຈັດກອງປະຊຸມໃຫຍ່ ຄັ້ງທີ VI
ເວລາອອກຂ່າວ: 2023-03-22 08:34:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 335 | ຄວາມນິຍົມ:
ໃນວັນທີ 17 ມີນາ 2023, ໜ່ວຍພັກພະແນກຊ່ວຍບົ່ງມະຕິ ໂຮງໝໍບໍລິເວນ 107 ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VI, ໂດຍມີ ສະຫາຍ ພັນເອກ ໄພວັນ
ຈັນທະສຸກ ເລຂາຄະນະພັກຮາກຖານ ຫົວໜ້າອຳນວຍການໂຮງໝໍບໍລິເວນ 107, ມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ຈິນຕະນາ ເທບສຸວັນ ເລຂາໜ່ວຍພັກພະແນກຊ່ວຍບົ່ງມະຕິ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ໂດຍຍົກໃຫ້ເຫັນເຖິງຈຸດພິເສດ, ທີ່ຕັ້ງ, ພາລະບົດບາດການນຳພາຂອງໜ່ວຍພັກ. ໃນໄລຍະຜ່ານມາ ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນໜ່ວຍມີແນວຄິດຫຼັກໝັ້ນ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຈັດຕັ້ງ, ຍາມໃດກໍຖືເອົາວຽກງານສຶກສາອົບຮົມການ
ເມືອງ-ນຳພາແນວຄິດເປັນກົກ, ຕັ້ງໜ້າປະຕິບັດໄດ້ກົດລະບຽບຂອງກົມກອງ ກໍຄືລະບຽບຂອງກອງທັບ ແລະ ກົດໝາຍຂອງລັດ, ມີຄວາມສາມັກຄີເປັນເອ
ກະພາບ, ມີແບບແຜນວິທີເຮັດວຽກໂດຍແບ່ງປັນຂົງເຂດວຽກງານຕາມພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ, ເຊິ່ງມີຜົນງານທີ່ພົ້ນເດັ່ນຫຼາຍ
ດ້ານໃນໄລຍະຜ່ານມາ ໄດ້ຮັບນາມມະຍົດເປັນໜ່ວຍພັກແຂງຮູ້ນຳພາຮອບດ້ານ 3 ສະໄໝຕິດຕໍ່ກັນ, ມີສະມາຊິກພັກແຂງ 92%, ເລື່ອນສະມາຊິກພັກສຳຮອງ ຂຶ້ນ ສົມບູນ 10 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 2 ສະຫາຍ. ນອກນີ້, ໃນວຽກງານວິຊາສະເພາະ ໄດ້ກວດເລືອດ 233.710 ເທື່ອຄົນ, ກວດນ້ຳມູກ-ອາຈົມ 2.660 ເທື່ອຄົນ, ເຮັດໜ້າທີ່ກວດຊອກຫາເຊື້ອໂຄວິດ-19 ຢູ່ໂຮງໝໍແຂວງ 5 ຄັ້ງ ແລະ ເກັບຕົວຢ່າງຊອກຫາເຊື້ອໂຄວິດ-19 ຢູ່ໂຮງໝໍບໍລິເວນ ຈຳນວນ 3.600 ຕົວຢ່າງ, ຮັບເລືອດ-ຈ່າຍເລືອດ 720 ຖົງ, ກວດເຊື້ອວັນນະໂຣກໄດ້ 593 ເທື່ອຄົນ, ຊ່ວຍວຽກອົງການກາແດງແຂວງຫຼວງພະບາງ 87 ຄັ້ງ, ອົບຮົມວຽກງານລະບາດວິທະຍາ 4 ຄັ້ງ, X-Ray 18.183 ເທື່ອຄົນ, CT Scan 367 ເທື່ອຄົນ, ເອໂກ 14.621 ເທື່ອຄົນ, ມີຄົນເຈັບເຂົ້າມາກວດ ແລະ ປິ່ນປົວ
ຕາເຊັ່ນ: ກວດຕາຕອນ, ວັດຖຸນອກກາຍເຂົ້າຕາ, ຫີນປູນ, ຕ່ອມໄຂມັນ, ຖືກກະທົບ ທັງໝົດ8.620 ເທື່ອຄົນ, ຄົນເຈັບກວດແຂ້ວ, ຖອນແຂ້ວ, ອັດແຂ້ວ, ເຮັດແຂ້ວ ທຽມ, ຂູດຫີນປູນ ແລະ ວາງຢາໃຫ້ຄົນເຈັບ ທັງໝົດ 8.463 ເທື່ອຄົນ.
ກອງປະຊຸມຍັງໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໄດ້ຕາມລະດັບຄາດໝາຍ ເຊິ່ງເລືອກໄດ້ ສະຫາຍ ພັນໂທ ນາງ ຈິນຕະນາ ເທບສຸວັນ ເປັນເລຂາ, ສະຫາຍ ພັນໂທ ສົມສຸກ ສຸວັນນະພັນ ເປັນຮອງເລຂາ ແລະ ສະຫາຍ ພັນໂທ ນາງ ແສງອຳພອນ ສິດທິພອນ ເປັນກຳມະການໜ່ວຍພັກ.
ໂດຍ: ສົມພອນ ພວງແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ