ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງບໍລິຄໍາໄຊ ລົງຢ້ຽມຢາມກອງພັນ 615 ປະຈໍາປ້ອມພູໝື່ນ
ເວລາອອກຂ່າວ: 2023-03-21 09:33:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ໃນວັນທີ 15 ມີນານີ້ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ປະທານ ປກຊ-ປກສ ແຂວງ ພ້ອມດ້ວຍຄະນະ ໄດ້ສົມທົບກັບກອງບັນຊາການທະຫານແຂວງ ລົງໄປຢ້ຽມຢາມ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານກອງພັນ 615 ປະຈໍາປ້ອມພູໝື່ນ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ຈຸດປະສົງການລົງຢ້ຽມຢາມຄັ້ງນີ້ ເພື່ອເປັນການຢ້ຽມຢາມຖາມຂ່າວ ພ້ອມທັງນໍາເອົາເຄືອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ໝີ່ສໍາເລັດຮູບ, ປ໋ອງປາ, ຜ້າຫົ່ມ, ຢາປົວພະຍາດ ແລະ ເຄື່ອງໃຊພາຍໃນກົມກອງຈຳນວນໜຶ່ງ ເພື່ອເປັນຂວັນກໍາລັງໃຈໃຫ້ແກ່ພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ວຽກງານຢູ່ເຂດດັ່ງກ່າວ; ຕາງໜ້າຮັບເຄື່ອງທີ່ ນໍາມາມອບໃຫ້ໃນຄັ້ງນີ້ ໂດຍແມ່ນສະຫາຍ ພັນໂທ ໄມມີ ບຸນທະວີ ຮອງຫົວໜ້າການທະຫານກອງພັນ 615. ໂອກາດດັ່ງກ່າວນີ້ ສະຫາຍ ຮອງຫົວໜ້າການທະຫານກອງພັນ 615 ໄດ້ກ່າວສະແດງຄວາມຂອບໃຈ, ສະແດງຄວາມຮູ້ບຸນຄຸນ ມາຍັງຄະນະພັກຂັ້ນເທິງ ທີ່ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ພ້ອມກັນນັ້ນສະຫາຍ ຍັງໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງເຄື່ອນໄຫວລາດຕະເວນ ໃນຂອບເຂດຄວາມຮັບຜິດຊອບ ໃຫ້ເຈົ້າແຂວງ ພ້ອມຄະນະໄດ້ຮັບຊາບ, ພ້ອມນີ້ຍັງໄດ້ນໍາພາ ເຈົ້າແຂວງ ລົງສໍາຫຼວດເບິ່ງເຮືອນພັກ ພະນັກງານ ຕະຫຼອດຮອດການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນດ້ານຕ່າງໆ ພາຍໃນຂອບເຂດສະຖານທີ່ຄ້າຍຄູຕື່ມອີກ. ຂ່າວ-ພາບ ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ