ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງບໍລິຄຳໄຊ ຈັດພິທີປະດັບຫຼຽນໄຊພິລະອາດຫານໃຫ້ບຸກຄົນ ແລະ ກົມກອງລວມໝູ່
ເວລາອອກຂ່າວ: 2023-03-21 09:29:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ໃນວັນທີ 14 ມີນາ 2023 ນີ້, ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດຕັ້ງພິທີ ປະດັບຫຼຽນໄຊພິລະອາດຫານ ໃຫ້ກົມກອງລວມໝູ່ ແລະ ບຸກຄົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວອົງການ 5 ຫ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາຫຼ້າ ລັດຕະກຸນ ຮອງຫົວໜ້າພະແນກນະໂຍບາຍ ທະຫານແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 169/ກປທ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນ ໃນບັ້ນປ້ອງກັນກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເຊີ່ງຢູ່ກອງບັນຊາການທະຫານແຂວງແມ່ນໄດ້ຮັບການປະດັບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ຈໍານວນ 2 ກົມກອງ ແລະ 5 ສະຫາຍ ໂດຍການປະດັບຂອງ ສະຫາຍພົນຈັດຕະວາ ຈວງຈັນ ລາດຊະວົງ, ໃນໂອກາດດຽວກັນນີ້ກໍ່ຍັງໄດ້ມອບໃບຍ້ອງຍໍຂອງລັດທະມົນຕີກະຊວງປ້ອງກັນປະເທດໃຫ້ຈໍານວນ 3 ກົມກອງ ແລະ 17 ສະຫາຍ, ໃບຍ້ອງຍໍກົມໃຫ່ຍການເມືອງກອງທັບໃຫ້ 3 ກົມກອງ ແລະ 8 ສະຫາຍ, ໃບຍ້ອງຍໍ ຂອງກອງບັນຊາການທະຫານແຂວງ ໃນຫົວຂໍ້ຄໍາຂັວນ (ຮັກຊາດ-ພັດທະນາ) ປະຈໍາປີ 2022 ໃຫ້ 2 ກົມກອງ ແລະ 501 ສະຫາຍ, ໃບຊົມເຊີຍຈໍານວນ 32 ສະຫາຍ, ຈາກນັ້ນສະຫາຍພັນໂທ ລ່ອງແກ້ວ ແກ້ວພຸດສີ ຫົວໜ້າພະແນກຈັດຕັ້ງພັກ ທະຫານແຂວງ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງເລກທີ 08/ຄປພຂ ວ່າດ້ວຍການມອບບັດສະມະຊິກພັກໃຫ້ສະມະຊິກພັກສົມບູນ, ເຊີ່ງທົ່ວທະຫານແຂວງບໍລິຄໍາໄຊໄດ້ຮັບບັດທັງໝົດ ຈໍານວນ 99 ສະຫາຍ, ພັນໂທ ບຸນຍັງ ລໍສີມມາ ຮອງຫ້ອງການເມືອງ ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 197/ກປທ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການເມືອງທະຫານແຂວງ ໂດຍປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພຶ່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຊີ່ງໃນນັ້ນໄດ້ແຕ່ງຕັ້ງສະຫາຍພັນເອກ ພອນໄຊ ກັນຍາທອນ ເປັນຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ສໍາລັບສະຫາຍພັນໂທ ພອນສະຫັວນ ສຸລິສັກ ຮອງຫົວໜ້າຫ້ອງການເມືອງຜູ້ເກົ່າແມ່ນໄດ້ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ໂຮງຮຽນນາຍສິບປະສານເຫຼົ່າ ບ້ານແປນ ແຂວງຊຽງຂວາງ. ຂ່າວ-ພາບ: ນາງນ້ອຍ ບານທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ