
ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ເປີດຊຸດອົບຮົມໃຫ້ທະຫານໃໝ່ ຊຸດທີ 28
ເວລາອອກຂ່າວ: 2023-03-21 08:41:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ:
ວັນທີ 28 ກຸມພາ 2023 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ ໄດ້ເປີດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກໃຫ້ທະຫານໃໝ່ ຊຸດທີ 28 ປະຈຳປີ 2023, ໂດຍມີ ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາກາອົງການ 5 ຫ້ອງ, ແຂກຖືກເຊີນ, ຄູ-ອາຈານ ແລະ ທະຫານໃໝ່ ເຂົ້າຮ່ວມ.
ສະຫາຍ ພັນຕີ ພອນແກ້ວ ດາລາເພັດ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນໄດ້ຜ່ານແຜນການອົບຮົມ-ຫັດແອບວຽກງານການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກໃຫ້ທະຫານໃໝ່ ຊຸດທີ 28 ປະຈຳປີ 2023, ໂດຍອີງຕາມໂຄງການຫຼັກສູດອົບຮົມທະຫານໃໝ່ລະບົບ 90 ວັນ, ເພື່ອອົບຮົມໃຫ້ທະຫານໃໝ່ວິຊາການທະຫານຂັ້ນພື້ນຖານຢູ່ບັນດາກົມກອງ, ກຳລັງທ້ອງຖິ່ນເພື່ອສົ່ງຄວາມຮູ້ ຄວາມສາມາດໃຫ້ທະຫານໃໝ່ ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ. ເຊິ່ງການອົບຮົມຄັ້ງນີ້ ມີວິຊາການເມືອງ, ວິຊາລະບຽບ-ກິ
ລາ, ວິຊາສິລະປະຍຸດທະຫານຮາບ, ວິຊາຍຸດທະວິທີທະຫານຮາບ ແລະ ວິຊາພະລາທິການ-ເຕັກນິກ. ການອົບຮົມ-ຫັດແອບຄັ້ງນິ້ມີທະຫານໃໝ່ ທັງໝົດ 41 ສະຫາຍ, ຍິງ 1 ສະຫາຍ.
ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດ ຊອບການກະກຽມເປີດອົບຮົມ-ຫັດແອບຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ທະຫານໃໝ່ຕ້ອງຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງຮ່ຳຮຽນ, ກຳແໜ້ນບັນດາເນື້ອໃນ, ຫຼັກສູດ, ຂໍ້ກຳ ນົດ, ກົດລະບຽບຂອງກອງທັບ ວາງອອກຢ່າງເຂັ້ມງວດ, ເອົາໃຈ ໃສ່ເຝິກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ເສີມຂະຫຍາຍແນວຄິດດຸໝັ່ນ ຂະຫຍັນພຽນ, ອອກແຮງງານ ເພີ່ມພູນຜະລິດຜົນຕາມທິດນຳ ຂອງກົມໃຫຍ່ພະລາທິການວາງ ອອກ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກລະຫວ່າງກອງທັບກັບປະຊາຊົນ, ພ້ອມກັນຈັດຕັ້ງເຝິກແອບຮໍ່າ ຮຽນໃຫ້ສຳເລັດຕາມແຜນການ, ສອນດີ, ຮຽນເກັ່ງຮອບດ້ານ ແລະ ໄດ້ຮັບໝາກຜົນສູງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ