ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 4 ເປີດກອງປະຊຸມສ່ອງແສງການຈັດຕັ້ງ 2 ວາລະແຫ່ງຊາດ ເຂດ 5
ເວລາອອກຂ່າວ: 2023-03-20 16:17:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ໃນວັນທີ 17 ມີນາ 2023 ນີ້, ກອງພົນທີ 4 ເປັນເຈົ້າພາບເປີດກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ປະຈຳເຂດ 5, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ກຳມະການປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມການເງິນ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນທີ 4, ກອງບັນຊາການທະຫານແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ກອງພັນໃຫຍ່ 644, ໂຮງໝໍບໍລິເວນ 109, ໂຮງງານປະສານເຫຼົ່າພາກກາງ, ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຂາອອກ-ຂາເຂົ້າ ຄົບວົງຈອນໄຊສົມບູນ, ຕະຫຼອດຮອດພະແນການທີ່ກ່ຽວຂ້ອງ ເຂົ້າຮ່ວຢ່າງພ້ອມພຽງ. ໃນກອງປະຊຸມ ບັນດາຄະນະພັກ-ຄະນະບັນຊາ ກົມກອງຕ່າງໆ ໄດ້ຜັດປ່ຽນກັນຂຶ້ນລາຍງານຫຍໍ້ກ່ຽວກັບການຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະຜ່ານມາຂອງແຕ່ລະຫົວໜ່ວຍກົມກອງ, ໃນບົດລາຍງານໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງທີ່ຈະໄດ້ແກ້ໄຂໃຫ້ທ່ວງທັນກັບສະພາບສະເພາະໜ້າ ແລະ ຍາວນານເປັນຕົ້ນຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ແຕ່ລະຫົວໜ່ວຍກົມກອງ ໄດ້ເປັນເຈົ້າການຊີ້ນຳ-ນຳພາພະນັກງານແຕ່ລະຂັ້ນກຳໄດ້ແນວທາງປ່ຽນແປ່ງໃໝ່ຂອງ ພັກ-ລັດ, ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານລວມຂອງກົມກອງຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ຕິດພັນກັບການແກ້ໄຂ 2 ວາລະແຫ່ງຊາດທີ່ກຳລັງຜັນຂະຫຍາຍໃນຖັນແຖວຂອງກອງທັບຄື: ການຕ້ານ ແລະ ສະກັດກັ້ນບັນຫາສິ່ງເສບຕິດ, ບັນຫາດ້ານງົບປະມານການເງິນ ເຫັນວ່າແຕ່ລະກົມກອງເປັນເຈົ້າການ ຕິດຕາມກວດກາຢ່າງໃກ້ຊິດຕິດແທດ ສຳຫຼວດກວດກາຕຳນິຕິຊົມເຊີ່ງກັນ ແລະ ກັນ ເພື່ອສ້າງຖັນແຖວກົມກອງກໍ່ຄືກອງທັບໃຫ້ມີຄວາມເຂັ້ມແຂງຮອບດ້ານ. ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ໄດ້ໂອ້ລົມຫຼາຍບັນຫາພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານແຕ່ລະກົມກອງທີ່ຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ແລະ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຫົວໜ່ວຍກົມກອງ ທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ ນາຍ ແລະ ພົນທະຫານຂອງຕົນຢ່າງເປັນປະຈຳ, ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບ, ເອົາໃຈໃສ່ປະຕິບັດ 7 ລະບອບ 18 ວຽກໃນມື້ໜື່ງ, ສຳຫຼວດກວດກາດຳເນີນຊີວິດການເມືອງເປັນປະຈຳ, ເຜີຍແຜ່ບັນດາເອກະສານຕ່າງໆກ່ຽວກັບ 2 ວາລະແຫ່ງຊາດ ໃຫ້ເຂົາເຈົ້າໄດ້ເຊື່ອມຊຶມ, ໂຄສະນາເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ, ຕ້ານການຫຼິ້ນກິນຟຸມເຟື່ອຍ, ສຸມໃສ່ການຊອກຫາແຫຼ່ງລາຍຮັບຕ່າງໆດ້ວຍການປຸກ-ການລ້ຽງ ເພື່ອຮັບປະກັບຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ໃຫ້ນັບມືນັບດີຂຶ້ນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັກມອບໝາຍໃຫ້. ຂ່າວ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ