
ປະກາດການສ້າງຕັ້ງໝວດປ້ອງກັນຕົວ ຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ
ເວລາອອກຂ່າວ: 2023-03-20 08:56:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5228 | ຄວາມນິຍົມ:
ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກໃຫ້ມີຄວາມເຂັ້ມແຂງ. ໃນວັນ ທີ 15 ກຸມພາ ປີ 2023 ນີ້, ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ຈັດພິທີປະກາດສ້າງຕັ້ງໝວດປ້ອງກັນຕົວ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ຄຳແສນ ພະສະແຫວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຄະນະພະແນກການ, ກຳລັງ ປກຊ-ປກສ, ເມືອງ, ໝວດປ້ອງກັນຕົວເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການຜ່ານ ບົດສະຫຼຸບໃນການຈັດຕັ້ງປະຕິ ບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ປ້ອງກັນຕົວ ກໍຄືປ້ອງກັນຕາມຂອບເຂດຄວາມຮັບຜິດຊອບຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງໃນໄລຍະປີ 2020-2022 ເຫັນວ່າ: ຄະນະສາຂາໄດ້ຊີ້ນຳພະນັກງານ, ລັດຖະກອນຄົ້ນ ຄວ້າເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ກໍຄືສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະ ນັກງານ ລັດຖະກອນມີຄວາມຮັບຜິດຊອບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືຄວາມເປັນລະບຽບຮຽບຮ້ອຍຂອງສຳນັກງານ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສຳເລັດທຸກດ້ານ, ເສີມຂະ ຫຍາຍຫົວຄິດປະດິດສ້າງເຂົ້າສູ່ວຽກງານຕົວຈິງໃຫ້ຫຼາຍຂຶ້ນ ກວ່າເກົ່າ ແນໃສ່ສືບຕໍ່ຜັນຂະຫຍາຍ ຂໍ້ກຳນົດ ກົດລະບຽບ ແລະ ແຜນການດຳເນີນທຸລະກິດຂອງ
ລັດວິສາຫະກິດໄຟຟ້າລາວ, ພະ ນັກງານ, ກຳມະກອນມີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ພາຍນອກໃຫ້ກວ້າງຂວາງເລິກ ເຊິ່ງ, ປະຕິບັດໄດ້ຕາມຕົວຊີ້ວັດທີ່ທາງບໍລິສັດກຳນົດໄວ້ໃນ 7 ໜ້າ ວຽກບູລິມະສິດໄດ້ຮັບປະສິດທິ ຜົນສູງ, ສືບຕໍ່ກໍ່ສ້າງພັກໃຫ້ກາຍ ເປັນພັກປອດໃສ ເຂັ້ມແຂງໜັກ ແໜ້ນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນແບບຢ່າງພາຍໃນສຳ ນັກງານໃຫ້ມີຄວາມສະຫງົບ.
ສະຫາຍ ພັນໂທ ແສງເພັດ ພິວັນນ້ອຍ ຮອງຫົວໜ້າຫ້ອງເສນາທິການ ທະຫານແຂວງ ເຊກອງ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປ້ອງກັນຊາດ-
ປ້ອງກັນຄວາມສະຫງົບແຂວງ ວ່າດ້ວຍການສ້າງຕັ້ງໝວດປ້ອງກັນຕົວຂອງລັດວິສາຫະກິດໄຟ ຟ້າລາວ ສາຂາແຂວງເຊກອງ, ໂດຍອີງຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍການປັບປຸງກໍ່ສ້າງກຳລັງ, ການ ເຄື່ອນໄຫວຂອງກອງຫຼອນ ແລະ ກຳລັງປ້ອງກັນຕົວໃຫ້ໜັກແໜ້ນເຂັ້ມແຂງ ແລະ ທັນສະໄໝຮອບ ດ້ານ ເພື່ອແນໃສ່ເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບ ເຊິ່ງການຈັດຕັ້ງປະຕິ ບັດຕາມໂຄງຮ່າງປະກອບມີຈຳ ນວນພົນທັງໝົດ 32 ສະຫາຍ, ມີ 1 ໝວດ ແລະ ແບ່ງເປັນ 3 ໝູ່ພ້ອມກັບແບ່ງຄວາມຮັບຜິດຊອບໃນການປ້ອງກັນເວນຍາມໃຫ້ກັບ 3 ຕົວເມືອງຄື: ເມືອງທ່າແຕງ, ກະລຶມ ແລະ ເມືອງດາກຈຶງ.
ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ສຳເລັດໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ. ພ້ອມທັງຮຽກຮ້ອງໃຫ້ຄະນະສາຂາແຕ່ລະຂັ້ນ ພ້ອມ
ດ້ວຍຫົວໜ້າໝວດປ້ອງກັນຕົວທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມຄວາມຮັບ ຜິດຊອບ ແລະ ເຮັດສຳເລັດໜ້າ ທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍສະເພາະແມ່ນວຽກງານການ ເມືອງ-ແນວຄິດ ໃຫ້ຖືເປັນບັນຫາສຳຄັນ, ສືບຕໍ່ຈັດຕັ້ງປະຕິບັດເຮັດສຳເລັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນໃຫ້ຖືກຕ້ອງສອດຄ່ອງ ແລະ ໜັກແໜ້ນ ໂດຍສະເພາະແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ, ເອົາໃຈ ໃສ່ວຽກງານວິຊາສະເພາະ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງແບບແຜນວິທີການເຮັດວຽກ, ເພື່ອແນໃສ່ກໍ່ສ້າງພັກ-ກໍ່ສ້າງພະນັກງານກໍຄືການປັບປຸງກໍ່ ສ້າງກຳລັງປະກອບອາວຸດໝວດປ້ອງກັນຕົວຂອງລັດວິສາຫະ ກິດໄຟຟ້າລາວ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ກອງຄຳ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ